ສະຫນາມບິນການທະຫານ Abu Duhur ຢູ່ແຂວງ Idlib
ຖືກຕົກໃນກຳມືຂອງພວກກະບົດ
ພາບ:AFP/TTXVN.
|
(vovworld)- ວັນທີ 10/9, ອົງການຕິດຕາມກວດກາສິດທິມະນຸດ ຢູ່ ຊີຣີ ໃຫ້ຮູ້ວ່າ: ອົງການ ລັດອິດສະລາມ ຂະຫນານນາມເອງ (IS) ຍາດໄດ້ສະຖານທີ່ແຫ່ງຫນຶ່ງຢູ່ມໍ່ກັບຖານທີ່ໝັ້ນທະຫານອາກາດຍຸດທະສາດຢູ່ ພາກຕາເວັນອອກ ຊີຣີ ໃນການປະທະກັນທີ່ຮ້າຍແຮງ ຊື່ງເຮັດໃຫ້ກວ່າ 40 ຄົນຖືກເສຍຊີວິດ. ຕາມແຫລ່ງຂ່າວດັ່ງກ່າວ, IS ໄດ້ດຳເນີນການວາງລະເບີດສະຫລະຊີບດ້ວຍລົດໂອໂຕຢູ່ເຂດມໍ່ກັບສະຫນາມບິນການທະຫານ ໂດຍກຳລັງຂອງລັດຖະບານ ຄວບຄຸມ ຢູ່ນອກເມືອງເອກ Deir Ezzor. ການປະທະກັນລະຫວ່າງບັນດາມືປືນ IS ແລະ ພົນທະຫານໄດ້ເຮັດໃຫ້ກວ່າ 40 ຄົນຖືກເສຍຊີວິດ, ໃນນັ້ນ ມີພົນທະຫານ 8 ຄົນ ແລະ ມືປືນ 23 ຄົນ ພ້ອມກັບພວກກະບົດ 50 ຄົນຖືກບາດເຈັບ.