ການປະທະກັນຢູ່ເຂດ ກາຊາ ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ

(VOVWORLD) - ນີ້ແມ່ນການແຫ່ຂະບວນປະທ້ວງຄັ້ງທີ 28 ເຊິ່ງຈັດຕັ້ງໃນວັນສຸກປະຈຳອາທິດຂອງຊາວ ປາແລັດສະຕິນ ນັບແຕ່ເກີດບັນດາການແຫ່ຂະບວນປະທ້ວງໃນວັນທີ 30 ມີນາ...
ການປະທະກັນຢູ່ເຂດ ກາຊາ ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ - ảnh 1 ພາບປະກອບຈາກສຳນັກຂ່າວສານ ຊິນຮວາ/TTXVN

ຢ່າງໜ້ອຍສຸດມີ 3 ຄົນຖືກເສຍຊີວິດ ແລະ ກ່ວາ 370 ຄົນຖືກຮັບບາດເຈັບໃນການປະທະກັນເກີດຂຶ້ນໃນວັນທີ 5 ຕຸລາ ລະຫວ່າງບັນດາຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ ແລະ ທະຫານອິດສະຣາແອັນ ຢູ່ທາງທິດຕາເວັນອອກເຂດ ກາຊາ, ໃກ້ກັບຊາຍແດນຕິດກັບ ອິດສະຣາແອັນ. ບັນດາທະຫານ ອິດສະຣາແອັນ ໄດ້ຍິງປືນໃສ່ຜູ້ແຫ່ຂະບວນປະທ້ວງຢູ່ທາງທິດຕາເວັນອອກເຂດ ກາຊາ.

        ນີ້ແມ່ນການແຫ່ຂະບວນປະທ້ວງຄັ້ງທີ 28 ເຊິ່ງຈັດຕັ້ງໃນວັນສຸກປະຈຳອາທິດຂອງຊາວ ປາແລັດສະຕິນ ນັບແຕ່ເກີດບັນດາການແຫ່ຂະບວນປະທ້ວງໃນວັນທີ 30 ມີນາ ເພື່ອແນໃສ່ຄັດຄ້ານເລື່ອງ ອາເມລິກາ  ຍົກຍ້າຍສະຖານທູດຈາກ Tel Aviv ໄປຍັງ Jerusalem. ຄິດໄລ່ມາຮອດປະຈຸບັນ, ມີຊາວປະແລັດສະຕິນ ເກືອບ 200 ຄົນຖືກເສຍຊີວິດ ແລະ ກ່ວາ 21.000 ຄົນຖືກຮັບບາດເຈັບໃນບັນດາການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ