(vovworld) – ບັນດານັກສັງເກດການຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ໄດ້ຮັບຮອງວ່າ, ບັນດາການຍິງປືນໃຫຍ່ພວມເກີດຂຶ້ນປະຈຳວັນ ຢູ່ແນວຮົບລະຫວ່າງ 2 ຝ່າຍປະທະກັນຢູ່ຢູແກຼນ ຕາເວັນອອກ ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ.
ຕອນບ່າຍວັນທີ 26/04, ກອງທັບຢູແກຼນ ໃຫ້ຮູ້ວ່າ, ມີພົນທະຫານ 1 ຄົນເສຍຊີວິດ ແລະ 7 ຄົນຮັບບາດຈັບ ໃນຮອບເວລາ 24 ໂມງຜ່ານມາ, ເມື່ອບັນດາການປະທະກັນເພີ່ມຂຶ້ນຢູ່ຢູແກຼນ ຕາເວັນອອກ, ສະຖານທີ່ເຊິ່ງບັນດາກຳລັງລັດຖະບານພວມປະທະກັນກັບກຳລັງທວງເອົາເອກະລາດ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກກອງທັບຢູແກຼນ Oleksandr Motuzyanyk ໃຫ້ຮູ້ວ່າ, ຈຳນວນການລະເມີດຄຳສັ່ງຢຸດຍິງຈາກຝ່າຍທວງເອົາເອກະລາດໄດ້ເພີ່ມຂຶ້ນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ທ່ານ Oleksandr Motuzyanyk ໄດ້ກ່າວຫາກຳລັງດັ່ງກ່າວ ບຸກໂຈມຕີບັນດາຖານທີ່ໝັ້ນຂອງກອງທັບລັດຖະບານ, ນຳໃຊ້ລູກສອນໄຟ ແລະ ປືນໃຫຍ່ປະເພດໜັກອື່ນໆ.