(ພາບປະກອບ: TTXVN)
(vovworld) – ວັນທີ 25/01, ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ, ໃນການປະທະກັນຢ່າງຮ້າຍແຮງລະຫວ່າງຕຳຫຼວດຟີລິບປີນ ແລະ ບັນດາກຸ່ມກະບົດອິດສລາມ ຢູ່ພາກໃຕ້ປະເທດນີ້. ເຫດການໄດ້ນາບຂູ່ທຳລາຍຂໍ້ຕົກລົງສັນຕິພາບເຊິ່ງ 2 ຝ່າຍໄດ້ລົງນາມກ່ອນນີ້ 1 ປີ. ການປະທະກັນເກີດຂຶ້ນຢູ່ເທດສະບານເມືອງ Mamasapano, ແຂວງ Maguidanao, ຂຶ້ນກັບເຂດປົກຄອງດ້ວຍຕົນເອງຂອງຊາວມຸດສລິມ Mindanao. ບັນດາເຂົາໜ້າທີ່ທ້ອງຖິ່ນໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີນາຍທະຫາຍຕະຫຼວດ 27 ຄົນ ແລະ ມືປືນຂອງກຳລັງກະບົດ 5 ຄົນຖືກເສຍຊີວິດໃນການປະທະກັນດັ່ງກ່າວ, ໃນຂະນະທີ່ພວກກະບົດຈັບຕົວ 8 ຄົນ. ຕຳຫຼວດແຫ່ງຊາດ ຟີລິບປີນ ຍັງບໍ່ທັນຍົກອອກຖະແຫຼງການໃດໆກ່ຽວກັບເຫດການນີ້