ການປະທະກັນເກີດຂຶ້ນຢູ່ນອກຫໍສະພາແຫ່ງຊາດຢູແກຼນ

ການປະທະກັນເກີດຂຶ້ນຢູ່ນອກຫໍສະພາແຫ່ງຊາດຢູແກຼນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko
ພາບ:baomoi.com
(vovworld)-​​ວັນ​ທີ 14/10 ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ຢູ່​ຕໍ່​ຫນ້າ ຫໍ​ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ລະ​ຫວ່າງ​ຜູ້​ແຫ່​ຂະ​ບວນ​ ແລະ ກຳ​ລັງ​ຕຳ​ຫລວດ​ປ້ອງ​ກັນ​ຫ​ໍ​ສ​ະ​ພາ​ແຫ່ງ​ຊາດ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ ພາ​ຍ​ຫລັງ​ມີ​ຜູ້​ສະ​ຫ​ນັບ​ສະ​ຫນູນ ພັກ Svoboda ນັບ​ພັນໆ​ຄົນ​​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ເພື່ອ​ສະ​ເຫລີມ​ສະ​ຫລອງ ວັນ​ກອງ​ທັບ​ລຸກ​ຮຶ້​ຂຶ້ນ ຢູ​ແກຼ​ນ. ໃນ​ຂະ​ນະ​ພວມ​ແຫ່​ຂະ​ບວນ, ມີ​ຜູ້​ຖື​ຫນ້າ​ກາກ​ຈຳ​ນວນ​ຫນຶ່ງ ໄດ້​ບຸກ​ໂຈມ​ຕີກຳ​ລັງ​ຕຳ​ຫລວດ​ພວມ​ປ້ອງ​ກັນ​ຢູ່​ນອກ​ຫໍ​ສະ​ພາ​ແຫ່ງ​ຊາດ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ພວມ​ປະ​ຊຸມ. ສາຍ​ເຫ​ດ​ພາ​ໄປ​ເຖິງ​ການ​ປະ​ທະ​ກັນ ຍ້ອນ​ຜູ້​ແຫ່​ຂະ​ບ​ວນ​ຂັດ​ໃຈ​ຕໍ່​ເລື່ອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປ່ອນ​ບັດ​ເປັນ​ຫລາຍ​ຄັ້ງ​ເພື່ອ​ປະ​ຕິ​ເສດ​ຂໍ້​ສະ​ເຫ​ນີ​ຮັບ​ຮູ້​ສະ​ມາ​ຊິກ​ຈຳ​ນວນ​ຫນຶ່ງ​ຂອງ​ພັກ Svoboda ແມ່ນ​ວິ​ລະ​ຊົນ​ຂອງຊາດ.  ໃນ​ຖະ​ແຫລງ​ການ​ທີ່ຍົກ​ອອກ​ຫລັງ​ຈາກນັັ້ນ, ພັກ Svoboda ຖະ​ແຫລງວ່າ ບໍ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນ​ດາ​ການ​ປະ​ທະ​ກັນ​ດັ່ງ​ກ່າວ ພ້ອມ​ທັງ​ເລັ່ງ​ລັດ ຕຳ​ຫລວດ​ຕ້ອງ​ມີ​ມາດ​ຕະ​ການ​ຈຳ​ເປັນ​ເພື່ອ​ຫລິກ​ລ້ຽງ​ການ​ບາດ​ເຈັບ​ລົ້ມ​ຕາຍ.
ຂ່າວ/ບົດ​ອື່ນ