(vovworld) - ວັນທີ 15/7, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ກົງໂກ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 130 ຄົນເສຍຊີວິດໃນການປະທະກັນລະຫວ່າງກຳລັງກອງທັບ ແລະ ກຸ່ມທະຫານກະບົດ M23 ຢູ່ພາກຕາເວັນອອກປະເທດນີ້. ໂຄສົກຂອງລັດຖະບານ ທ່ານ Lambert Mende ໃຫ້ຮູ້ວ່າ: ກອງທັບລັດຖະບານ ໄດ້ດັບສູນທະຫານກະບົດ 120 ຄົນ ແລະ ຈັບຕົວ 12 ຄົນ. ໃນຂະນະນັ້ນ, ມີທະຫານ 10 ຄົນເສຍຊີວິດໃນບັນດາການປະທະກັນເກິດຂຶ້ນລະຫວ່າງກຳລັງນີ້ເມື່ອວັນທີ 14/7 ຢູ່ແຂວງ Kivu ເໜືອ. ຫວ່າງມໍ່ໆມານີ້, ກຳລັງທະຫານຂອງສະຫະປະຊາຊາດມີປະມານ 3.000 ຄົນທີ່ລະດົມຈາກ Malauy, ປະເທດ ອາບຟຣີກາ ໃຕ້ ແລະ Tandania ໄດ້ຖືກຈັດສົ່ງໄປຍັງພາກຕາເວັນອອກຂອງ ສາທາລະນະລັດ ປະຊາທິປະໄຕ ກົງໂກ. ກຳລັງນີ້ສົມທົບກັບທະຫານສະຫະປະຊາຊາດ 17.000 ຄົນຊຶ່ງໄດ້ຖືກຜັນຂະຫຍາຍຢູ່ເຂດນີ້ມີໜ້າທີ່ປົກປັກຮັກສາສາມັນຊົນ.