ການປະທະກັນ ລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ: ອາເມລິກາ ຕີລາຄາສູງ ຕໍ່ ອີຢິບ ໃນການຊຸກຍູ້ຄຳສັ່ງຢຸດຍິງໃນໄລຍະຍາວຢູ່ ເຂດ Gaza
(VOVWORLD) - ອາເມລິກາ ຖື ອີຢິບ ແມ່ນຄູ່ຮ່ວມມື ຢ່າງແທ້ຈິງ ແລະ ມີປະສິດທິຜົນ” ໃນຄວາມມານະພະຍາຍາມແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.
ສະພາບການຢູ່ເຂດ Gaza ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ ໃນວັນທີ 23 ພຶດສະພາ (ພາບ: AFP/TTXVN) |
ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນວັນທີ 26 ພຶດສະພາ ໃນການພົບປະກັບເຈົ້າໜ້າທີ່ແຖວໜ້າຂອງ ອີຢິບ ຢູ່ນະຄອນຫຼວງ Cairo. ຢູ່ທຳນຽບປະທານາທິບໍດີ ອີຢິບ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອີຢິບ Abdel Fattah al-Sisi, ຄູ່ຕຳແໜ່ງ Sameh Shoukry ແລະ ຜູ້ນຳໜ້າອົງການສືບລາຊະການລັບ Abbas Kamel. ກ່າວຄຳເຫັນຕໍ່ໜ້າບັນດາພະນັກງານສະຖານທູດ ອາເມລິກາ ປະຈຳ Cairo, ທ່ານ Blinken ໄດ້ຢັ້ງຢືນບົດບາດຂອງ ອີຢິບ ໃນການປະກອບສ່ວນຊ່ວຍແກ້ໄຂການປະທະກັນໃນປັດຈຸບັນໄດ້ຢ່າງວ່ອງໄວ, ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ແລະ ອີຢິບ ພວມສົມທົບກັນ ເພື່ອແນໃສ່ຊ່ວຍປະຊາຊົນ ອິດສະຣາແອັນ ແລະ ປາແລັດສະຕິນ ໃຫ້ໄດ້ດຳລົງຊີວິດໃນຄວາມປອດໄພ ແລະ ຄວາມສະຫງົບ.
ໃນວັນດຽວກັນ, ໃນການພົບປະກັບຄູ່ຕຳແໜ່ງ ອິດສະຣາແອັນ Gabi Ashkenazi, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ກໍຢັ້ງຢືນຄືນທັດສະນະຂອງປະເທດນີ້ ສຳລັບການປະທະກັນ ລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ, ນັ້ນແມ່ນ ສະໜັບສະໜູນມາດຕະການຄົງຕົວທັງສອງລັດ.