ການປະທະກັນ ຮາມາດ - ອິດສະລາແອັນ: ການເຈລະຈາຢຸດຍິງຮອບໃໝ່ເລີ່ມຕົ້ນຢູ່ Doha
(VOVWORLD) - ຄາດວ່າວິວັດການເຈລະຈາ ຈະແກ່ຍາວເປັນ 2 ອາທິດ, ເປົ້າໝາຍແມ່ນບັນລຸໄດ້ຄຳສັ່ງຢຸດຍິງ ເປັນເວລາ 40 ວັນຢູ່ເຂດກາຊາ ໄປພ້ອມກັບເງື່ອນໄຂແລກປ່ຽນຕົວປະກັນ ແລະ ນັກໂທດ ລະຫວ່າງ ສອງຝ່າຍ.
ພາບປະກອບ: THX/TTXVN |
ສື່ມວນຊົນເຂດ ຕາເວັນອອກກາງ ໃຫ້ຮູ້ວ່າ ການເຈລະຈາຮອບໃໝ່ເພື່ອແນໃສ່ຊອກຫາຄຳສັ່ງຢຸດຍິງຍາວນານ ຢູ່ເຂດ ກາຊາ ລະຫວ່າງກອງທັບ ອິດສະລາແອັນ ແລະ ກຳລັງ ຮາມາດ ໄດ້ເລີ່ມຕົ້ນ ແຕ່ຕອນຄ່ຳວັນທີ 18 ມີນາ, ຢູ່ນະຄອນຫຼວງ Doha, Qatar.ຄະນະປະຕິບັດງານຂອງ ອິດສະລາແອັນ ໂດຍທ່ານ David Barnea ຜູ້ອຳນວຍການອົງການສືບລາຊະການລັບMossad ນຳໜ້າ ໄດ້ເລີ່ມຕົ້ນການເຈລະຈາຮອບໃໝ່ດ້ວຍການເຂົ້າຮ່ວມການຮັບປະທານອາຫານຄ່ຳ ກັບບັນດາເຈົ້າໜ້າທີ່ປະເທດ ເຈົ້າພາບ ກາຕາ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຄະນະເຈລະຈາ ອິດສະລາແອັນ ຢູ່ໂຮງແຮມດຽວກັນກັບ ຜູ້ຕາງໜ້າ ຂະບວນການ ຮາມາດ ເຖິງຢ່າງໃດກໍຕາມ ສອງຝ່າຍຈະບໍ່ມີການພົບປະກັນ, ບໍ່ມີການຕິດຕໍ່ພົວພັນ ໃດໆ ແຕ່ຈະໂດຍຜ່ານຝ່າຍທີ 3. ຄາດວ່າວິວັດການເຈລະຈາ ຈະແກ່ຍາວເປັນ 2 ອາທິດ, ເປົ້າໝາຍແມ່ນບັນລຸໄດ້ຄຳສັ່ງຢຸດຍິງ ເປັນເວລາ 40 ວັນຢູ່ເຂດກາຊາ ໄປພ້ອມກັບເງື່ອນໄຂແລກປ່ຽນຕົວປະກັນ ແລະ ນັກໂທດ ລະຫວ່າງ ສອງຝ່າຍ.
ໃນຂະນະນັ້ນ, ຕາມບົດລາຍງານການຕີລາຄາກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ໂດຍ ສປຊ ໜູນຊ່ວຍປະຕິບັດເຊິ່ງໄດ້ຮັບການປະກາດໃນວັນທີ 18 ມີນາ, ມີປະມານ 50% ປະຊາກອນຢູ່ເຂດກາຊາ ພວມປະເຊີນໜ້າກັບໄພອຶດຫິວ “ຢ່າງຮ້າຍແຮງ”. ຄາດຄະເນວ່າ ສະພາບການນັ້ນ ອາດຈະເກີດຂຶ້ນຢູ່ທາງທິດເໜືອ ຜືນແຜ່ນດິນນີ້ ໃນເດືອນ ພຶດສະພາ ປີ 2024 ຖ້າບໍ່ມີການແຊກແຊງຢ່າງຮີບດ່ວນ.