ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 22 ພຶດສະພາ, ເປັນມື້ທີ 36 ເຊິ່ງ ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ 19 ໃນຊຸມຊົນ. ປະຈຸບັນ, ມີ 15.000 ກໍລະນີພວມຖືກແຍກຕົວ.

ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ - ảnh 1 ອາເມລິກາ ຍັງແມ່ນປະເທດມີຫຼາຍກໍລະນີຕິດໂລກລະບາດຫຼາຍທີ່ສຸດ

(ພາບ: THX/TTXVN)

ໃນຂະນະນັ້ນ, ຈຳນວນກໍລະນີຕິດໂລກລະບາດໃນທົ່ວໂລກໄດ້ຂຶ້ນເຖິງ 5.189.488 ກໍລະນີ. ອາເມລິກາ ຍັງແມ່ນປະເທດມີຫຼາຍກໍລະນີຕິດໂລກລະບາດຫຼາຍທີ່ສຸດແມ່ນ 1.620.767 ກໍລະນີ.

        ຢູ່ຈີນ, ວັນທີ 22 ພຶດສະພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດໃຫ້ຮູ້ວ່າ, ໄດ້ຮັບຂໍ້ມູນຂ່າວກ່ຽວກັບ 4 ກໍລະນີຕິດໂລກລະບາດໃໝ່ໃນວັນທີ 21 ພຶດສະພາ, ໃນນັ້ນມີ 2 ກໍລະນີແມ່ນມາຈາກຕ່າງປະເທດ ແລະ ພວມຢູ່ແຂວງ ຊືຈວານ. ອີກ 2 ກໍລະນີແມ່ນຕິດແປດຢູ່ພາຍໃນປະເທດແມ່ນຢູ່ແຂວງ ຈີແຫຼນ.

        ວັນທີ 21 ພຶດສະພາ, ກະຊວງການຕ່າງປະເທດສິງກະໂປ ໄດ້ກວດພົບ 448 ກໍລະນີຕິດໂລກລະບາດໃໝ່, ບໍ່ມີກໍລະນີມາຈາກຕ່າງປະເທດ, ຍົກຈຳນວນກໍລະນີຕິດໂລກລະບາດຂຶ້ນເປັນ 29.812 ກໍລະນີ.

        ໃນວັນທີ 21 ພຶດສະພາ, ອາຟະລິກາ ໄດ້ຮັບຮູ້ວ່າ ມີ 95.000 ກໍລະນີຕິດໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ