(vovworld) - ຢູ່ນອກກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 7 (EAS 7) ເຊິ່ງດຳເນີນໄປຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍປາວ ໄດ້ມີການພົບປະກັບທ່ານປະທານາທິບໍດີອາເມລິກາ Barack Obama, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ. ໃນການພົບປະເປັນຄັ້ງທຳອິດກັບການນຳຈີນ ພາຍຫຼັງໄດ້ຮັບການເລືອກຕັ້ງຄືນໃໝ່, ທ່ານປະທານາທິບໍດີອາເມລິກາ Obama ໄດ້ຮຽກຮ້ອງໃຫ້ສອງຝ່າຍ “ສ້າງບັນດາກົດລະບຽບຢ່າງຈະແຈ້ງ” ໃຫ້ແກ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ທ່ານປະທານາທິບໍດີອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບຈີນ ເພາະການພົວພັນລະຫວ່າງສອງປະເທດມີບົດບາດສຳຄັນສຳລັບຄວາມໝັ້ນຄົງ, ວັດທະນາຖາວອນຢູ່ອາຊີ - ປາຊີຝີກ ກໍຄືຢູ່ໃນໂລກ. ທ່ານ Obama ຍັງຮຽກຮ້ອງໃຫ້ການນຳສອງປະເທດຮັກສາການແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຍູ້ແຮງການຮ່ວມມືເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍ.
ສ່ວນທ່ານນາຍົກລັດຖະມົນຕີ ເວີນເຈຍປາວ ກໍ່ເນັ້ນໜັກວ່າ ສອງຝ່າຍຍັງມີບັນດາຄວາມແຕກຕາງກັນ ແລະ ຄວາມບໍ່ລົງລອຍກັນ ແຕ່ສາມາດແກ້ໄຂໄດ້. ທ່ານນາຍົກລັດຖະມົນຕີ ເວີນເຈຍປາວ ປາດຖະນາວ່າ ສອງປະເທດຈະສົມທົບກັນຮັບມືກັບສິ່ງທ້າທາຍລວມ, ພ້ອມທັງເພີ່ມທະວີການແລກປ່ຽນ, ທາບທາມຄວາມເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ປັບປຸງບັນດາວຽກງານທີ່ສຳຄັນຂອງສາກົນ ແລະ ພາກພື້ນ, ພິເສດແມ່ນການຮ່ວມມືໃນຂອບເຂດອາຊີ - ປາຊີຝີກ.