(VOVWORLD) - ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະຖານທູດ ການາດາປະຈຳ ຫວຽດນາມ ຈັດການພົບປະມິດຕະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ການາດາ (1973 - 2023).
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: TTXVN) |
ຕາມທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາປະຈຳ ຫວຽດນາມ Shawn Perry Steil ແລ້ວ, ການພົວພັນ ຫວຽດນາມ - ການາດາ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໂດຍອີງຕາມການເພີ່ມພູນຄູນສ້າງສາຍພົວພັນອັນໝັ້ນແກ່ນ ລະຫວ່າງປະຊາຊົນສອງປະເທດ, ແລກປ່ຽນບົດຮຽນປະສົບການ, ສ້າງຄວາມເຫັນດີເຫັນພ້ອມ, ຊອກຫາບັນດາຄຸນຄ່າລວມ ແລະ ຮັກສາການຮ່ວມມືໃນທຸກກໍລະນີ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກຂອງ ການາດາ ຈະຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ຜ່ານນັ້ນ ກໍ່ປັບປຸງການພົວພັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງສອງປະເທດກ່ວາອີກ; ທ່ານຢັ້ງຢືນວ່າ ການາດາ ຍາມໃດກໍ່ກຳນົດ ຫວຽດນາມ ແມ່ນຄູ່ຮວ່ມມືທີ່ສຳຄັນ ເພື່ອປະກອບສ່ວນສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ມີຄວາມໝັ້ນຄົງ, ວັດທະນາຖາວອນ, ກົມກຽວ ແລະ ຍືນຍົງກ່ວາ.
ສ່ວນຝ່າຍ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອກ ໄດ້ເນັ້ນໜັ້ກເຖິງບົດບາດຂອງປະຊາຄົມຊາວຫວຽດນາມ ເກືອບ 300.000 ຄົນ ກໍ່ຄືຂອງນັກສຶກສາ ຫວຽດນາມ ເກືອບ 20.000 ຄົນທີ່ພວມຮ່ຳຮຽນຢູ່ ການາດາ, ຖືນີ້ແມ່ນນັກການທູດ, ເປັນຂົວເຊື່ອມຕໍ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບຄວາມເຂົ້າໃຈ ແລະ ການສະໜິດຕິດພັນຂອງປະຊາຊົນສອງປະເທດ.