ການພົບປະສັງສັນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດລາວຢູ່ ນະຄອນໂຮ່ຈິມິນ

ການພົບປະສັງສັນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດລາວຢູ່ ນະຄອນໂຮ່ຈິມິນ - ảnh 1
ລາຍການ​ສະ​ແດງ​ສິລະ​ປະ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງວັນ​ຊາດ ສ.ປ.ປ.ລາວ (ພາບ : baomoi.com )


Vovworld- ຕອນ​ເຊົ້າ​ວັນ​ທີ 29/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ-ລາວ​ນະຄອນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງວັນ​ຊາດ ສ.ປ.ປ.ລາວ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ທົບ​ທວນ​ຄືນ​ເຫດການ​ປະຫວັດສາດ​ກ່ອນ​ນີ້ 37 ປີ ​ແລະ ​ເປັນ​ເອກະສັນ​ກັນ​ຖື​ວ່າ ​ໂດຍ​ຜ່ານ​ການ​ທົດ​ສອບ​ນາໆ​ປະການ, ສາ​ຍພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ລາວ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງ​ຜ່າ​ນຫຼາຍ​ລຸ່ນຄົນ ​ແລະ ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ . ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ສຸດທິ​ເດດ​ ພົມມະລາດ, ຫົວໜ້າ​ກົງ​ສູນ​ໃຫຍ່​ແຫ່ງ ສ.ປ.ປ.ລາວ ປະ​ຈຳ​ນະຄອນ​​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າພ​ະ​ເຈົ້າ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ບັນດາ​ຜົນ​ງານ​ທີ່​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ການ​ສະໜັບສະໜູນ​ຢ່າງ​ໃຫຍ່​ຫຼວງ, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ. ພວກ​ຂ້າພ​ະເຈົ້າຫວັງ​ພ້ອມ​ກັບ​ບັນດາ​ເພື່ອນ​ຫວຽດນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ຖື​ວ່າ​ນີ້​ແມ່ນ​ໜ້າ​ທີ່​ເພື່ອ​ປົກ​ປັກ​ຮັກສາ​ສາຍ​ພົວພັນ​ອັນ​ຍິ່ງ​ໃຫຍ່, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ລາວຈະ​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ກາລະ​ນານ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ​ເກົ່າ ”

ຂ່າວ/ບົດ​ອື່ນ