ການພົບປະສຸດຍອດ ອາເມລິກາ - ຈີນ ຈະຫລຸດຜ່ອນຄວາມເຄັ່ງຕຶງ 2 ຝ່າຍ

(VOVWORLD) - ທ່ານ Henry Kissinger ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ, ຜູ້ທີ່ໄດ້ຊ່ວຍຊຸກຍູ້ການພົວພັນດ້ານການທູດລະຫວ່າງ ຈີນ ແລະ ອາເມລິກາ ໃນຕົ້ນຊຸມປີ 1970. 

ວັນທີ 08 ພະຈິກ ໄດ້ມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ນະຄອນຫລວງ ປັກກິງ. ທ່ານ Henry Kissinger ໄດ້ສະແດງຄວາມຫວັງວ່າ ການພົບປະສຸດຍອດລະຫວ່າງການນຳ 2 ປະເທດ, ຄາດວ່າຈະດຳເນີນໃນເດືອນນີ້ ຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ຝ່າຍ.

        ສຳນັກຂ່າວສານ ຊິນຮວາ ໄດ້ໃຫ້ຂ່າວວ່າ ທີ່ການພົບປະຢູ່ນະຄອນຫລວງ ປັກກິງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊົມເຊີຍ “ບັນດາການປະກອບສ່ວນທີ່ມີລັກສະນະປະຫວັດສາດ” ຂອງທ່ານ Henry Kissinger ສຳລັບການພົວພັນ ອາເມລິກາ - ຈີນ. ການນຳ ຈີນ ຖືວ່າ: ໃນສະພາບການໂລກພວມຜ່ານຜ່າບັນດາການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບເວລາ 100 ປີມານີ້, ປະຊາຄົມສາກົນລ້ວນແຕ່ປາດຖະໜາຢາກໃຫ້ການພົວພັນລະຫວ່າງ ວໍຊິງຕັນ ແລະ ປັກກິງ ຈະມີ “ບາດກ້າວເດີນຄືບໜ້າຖືກທິດ”. ທ່ານປະທານປະເທດ ສີຈິ້ນຜິງ ຖືວ່າ: 2 ປະເທດ ອາເມລິກາ ແລະ ຈີນ ຄວນມີການຕີລາຄາຢ່າງຖືກຕ້ອງກ່ຽວກັບເປົ້າໝາຍຍຸດທະສາດຂອງກັນ ແລະ ປັກກິງ ພ້ອມແລ້ວທີ່ຈະແກ້ໄຂບັນດາບັນຫາກັບ ອາເມລິກາ ໂດຍຜ່ານການເຈລະຈາມິດຕະພາບ.

ສ່ວນທ່ານ Henry Kissinger ຖືວ່າ: ການຮ່ວມມືລະຫວ່າງ ຈີນ ແລະ ອາເມລິກາ ມີຄວາມໝາຍສຳຄັນຕໍ່ສັນຕິພາບ ແລະ ຄວາມວັດທະນາຖາວອນຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ