ການພົບປະສົນທະນາກ່ຽວກັບການພົວພັນຫວຽດນາມ-ເມກຊີກໂກ
(ພາບ: Việt Hòa/Vietnam+)
(vovworld) - ໃນຂອບເຂດ ”ສັບປະດາຫວຽດນາມ ຢູ່ ເມກຊິກໂກ” ທີ່ພວມດຳເນີນຢູ່ນະຄອນຫຼວງປະເທດນີ້. ກຳມາທິການການຕ່າງປະເທດອາຊີ - ປາຊິຝິກ ທີ່ຂຶ້ນກັບສະພາສູງ ເມກຊິກໂກ, ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ເມກຊິກໂກ ໄດ້ຈັດຕັ້ງການພົບປະສົນທະນາກ່ຽວກັບການພົວພັນສອງຝ່າຍ ແລະ ແນະນຳອາຫານການກິນ ຫວຽດນາມ ໃນລະຫວ່າງວັນທີ 9-10/9, ເຫດການນີ້ໄດ້ດຶງດູດເຈົ້າໜ້າທີ່, ນັກຄົ້ນຄ້ວາ, ນັກສຶກສາ ແລະ ຊາວ ເມກຊິກໂກ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ກ່າວຄວາມເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມກຊິກໂກ ເລລິງລານ ຢືນຢັນເຖິງນະໂຍບາຍການຕ່າງປະເທດເປັນເອກະລາດ ແລະ ເປີດປະຕູຂອງ ຫວຽດນາມ, ບັນດາຄວາມສາມາດບົ່ມຊ້ອນໃນການພົວພັນຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດລະຫວ່າງ ຫວຽດນາມ ເມກຊິກໂກ ເວົ້າສະເພາະ ແລະ ໃນການພົວພັນລະຫວ່າງ ອາຊຽນ ກັບພັນທະມິດປາຊີຟິກ ເວົ້າລວມ. ທ່ານເອກອັກຄະລັດຖະທູດກໍ່ເນັ້ນໜັກເຖິງຄວາມຕັດສິນໃຈນຳສາຍພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່.
ໃນການແນະນຳອາຫານການກິນ ຫວຽດນາມ, ເພື່ອນມິດ ເມກຊິກໂກ ກໍ່ສະແດງຄວາມນິຍົມເມື່ອໄດ້ຮັບປະທານອາຫານ ກໍ່ຄືໄດ້ແຕ່ງອາຫານທີ່ເປັນມູນເຊື້ອຂອງຫວຽດນາມ.