ການພົບປະສົນທະນາການຮ່ວມມືດ້ານການຄ້າຫວຽດນາມ-ອັກຊັງຕີນຢູ່Buenos Aires
ທ່ານ ຫງວຽນດີງທາວ, ເອກອັກຄະລັດຖະທູດຫວຽດນາມ
ປະຈຳ ອັກຊັງຕີນ ແລະ ທ່ານນາງ Argentina Susana Mabel Malcorra, ລັດຖະມົນຕີການຕ່າງປະເທດອັກຊັງຕີນ
ພາບ:daisuquanvn
|
(vovworld)- ວັນທີ 23/3 ຢູ່ ນະຄອນຫລວງ Buenos Aires, ສະຖານທູດຫວຽດນາມ ປະຈຳ ອັກຊັງຕີນ ໄດ້ຈັດຕັ້ງການພົບປະສົນທະນາ “ການຮ່ວມມືດ້ານການຄ້າ ຫວຽດນາມ ອັກຊັງຕີນ” ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດ ອາເມລິກາໃຕ້ ມີຄວາມເຂົ້າໃຈກ່ຽວກັບພື້ນຖານເສດຖະກິດຫວຽດນາມ ກໍຄືຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ກ່າວຄຳເຫັນທີ່ການພົບປະສົນທະນາ, ທ່ານ ຫງວຽນດີງທາວ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັກຊັງຕີນ ໄດ້ຍົກໃຫ້ເຫັນການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ: ການເມືອງ, ການທູດ, ເສດຖະກິດ ການຄ້າ, ການລົງທຶນ, ກະສິກຳ, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີໃນໄລຍະຜ່ານມາ. ທ່ານ Carlos Restaino, ປະທານຄະນະກຳມະການໃຫ້ຄຳປຶກສາ ການເຊື່ອມໂຍງ ແລະ ກຸ່ມຕະຫລາດລວມ ອາເມລິກາໃຕ້ ຢຶນຢັນວ່າ: ຫວຽດນາມ ແມ່ນຕະຫລາດບຸລິມະສິດໃນຍຸດທະສາດຫັນເປັນຫລາຍຮູບແບບ ແລະ ເປີດກວ້າງການສົ່ງອອກຂອງ ອັກຊັງຕີນ, ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືການຄ້າສຳຄັນທີ່ສຸດຢູ່ ອາຊີ ແລະ ກໍແມ່ນປະເທດນຳເຂົ້າສິນຄ້າອັກຊັງຕີນ ໃຫຍ່ອັນດັບ 3 ຢູ່ພາກພື້ນນີ້.