ການພົບ​ປະ​​ສ້າງ​ສັນ​ກັບຊາວ​ກະ​ສິ​ກອນ​ດີ​ເດັ່ນ​ປີ 2021: ຮ່ວມ​ສຳ​ພັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) -ໃນສະພາບການພື້ນຖານເສດຖະກິດນັບມື້ນັບເຊື້ອມໂຍງຢ່າງເລິກເຊິ່ງກວ້າງຂວາງນັ້ນ ການຮ່ວມສຳພັນຊາວກະສິກອນເພື່ອພ້ອມກັນພັດທະນາແມ່ນສຳຄັນທີ່ສຸດ.
ການພົບ​ປະ​​ສ້າງ​ສັນ​ກັບຊາວ​ກະ​ສິ​ກອນ​ດີ​ເດັ່ນ​ປີ 2021: ຮ່ວມ​ສຳ​ພັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ - ảnh 1ການພົບປະຊາວກະສິກອນ ຫວຽດນາມ ດີເດັ່ນປີ 2021 (ພາບ: dangcongsan.vn)

  ທີ່ການພົບປະກັບຊາວກະສິກອນ ຫວຽດນາມ ດີເດັ່ນປີ 2021 ຖືກດຳເນີນໃນຕອນບ່າຍວັນທີ 01 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເລືອງກວັກດວານ, ປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ເນັ້ນໜັກວ່າ: ໃນສະພາບການພື້ນຖານເສດຖະກິດນັບມື້ນັບເຊື້ອມໂຍງຢ່າງເລິກເຊິ່ງກວ້າງຂວາງນັ້ນ ການຮ່ວມສຳພັນຊາວກະສິກອນເພື່ອພ້ອມກັນພັດທະນາແມ່ນສຳຄັນທີ່ສຸດ. ການສ້າງລະບົບຜະລິດຕະພັນສິນຄ້າ ພຽງແຕ່ປະສົບຜົນສຳເລັດເມື່ອມີການສ້າງຕັ້ງໄດ້ຮູບແບບການຮ່ວມສຳພັນລະຫວ່າງວິສາຫະກິດກັບຊາວກະສິກອນ; ສະຫະກອນກັບຊາວກະສິກອນ; ຊາວກະສິກອນກັບຊາວກະສິກອນ. ທ່ານ ເລື່ອງກວັກດວານ ປາດຖະໜາວ່າ:

        “ຊາວກະສິກອນດີເດັ່ນ 63 ຄົນ ຈະແມ່ນກຳລັງໜູນຕັ້ງໜ້າເຂົ້າຮ່ວມພ້ອມກັບສະມາຄົມຊາວກະສິກອນທຸກຂັ້ນຊຸກຍູ້ຊາວກະສິກອນທົ່ວປະເທດປ່ຽນແປງຈິນຕະນາການ, ວິທີຄົ້ນຄິດ, ວິທີເຮັດຢ່າງແຮງເພື່ອໃຫ້ພວກເຮົາມີຜະລິດຕະພັນສິນຄ້າໄດ້ມາດຕະຖານທັງຢູ່ຕະຫຼາດພາຍໃນປະເທດ ແລະ ສົ່ງອອກ. ເຮັດໄດ້ສິ່ງດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາຜະລິດແບບກະແຈກກະຈາຍ ເພື່ອເຂົ້າຮ່ວມຕະຫຼາດທົ່ວໂລກທີ່ຮຽກຮ້ອງມາດຕະຖານ, ຄຸນນະພາບສູງ ໃຫ້ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກວ່າອີກ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ