ການພົບປະເຈລະຈາລະຫວ່າງ ຍີ່ປຸ່ນ ແລະ ອາເມລິກາ ຄັ້ງທຳອິດໃນຍຸກສະໄໝ Reiwa

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ຫລັງຈາກນັ້ນ ຈະດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

ການພົບປະເຈລະຈາລະຫວ່າງ ຍີ່ປຸ່ນ ແລະ ອາເມລິກາ ຄັ້ງທຳອິດໃນຍຸກສະໄໝ Reiwa - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: CNN)

ບັນດາບັນຫາທີ່ຈະສຸມໃສ່ປຶກສາຫາລືທີ່ການພົບປະເຈລະຈາຄັ້ງນີ້ ແມ່ນການພົວພັນດ້ານການຄ້າລະຫວ່າງ 2 ປະເທດ ແນໃສ່ມຸ່ງໄປເຖິງການລົງນາມໃນສັນຍາການຄ້າ ຍີ່ປຸ່ນ - ອາເມລິກາ ສະບັບໃໝ່. ໃນນັ້ນ, ບັນຫາໃຫຍ່ສຸດແມ່ນ ອັດຕາພາສີຂອງຜະລິດຕະພັນກະເສດ ແລະ ຊີ້ນງົວ, ລົດໂອໂຕຂອງ ຍີ່ປຸ່ນ ສົ່ງອອກໄປຍັງ ອາເມລິກາ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານປະທານາທິບໍດີ ອາເມລິກາ ຈະປຶກສາຫາລືບັນດາມາດຕະການ ແນໃສ່ຊຸກຍູ້ການດຳເນີນບັນດາການເຈລະຈາດ້ານການຄ້າລະຫວ່າງ 2 ຝ່າຍຢ່າງວ່ອງໄວ ມຸ່ງໄປເຖິງການດັດປັບດຸນການຄ້າລະຫວ່າງ 2 ຝ່າຍ.

        ວົງການນັກໄຈ້ແຍກຖືວ່າ: ບັນດາບັນຫາລະຫວ່າງ 2 ປະເທດ ຈະສືບຕໍ່ໄດ້ຮັບການແກ້ໄຂ, ເຖິງຢ່າງໃດກໍ່ຕາມ ການຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດ ບໍ່ອາດແກ້ໄຂໃນການພົບປະເຈລະຈາຄັ້ງນີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ