ການພົບປະເຈລະຈາ ອາເມລິກາ-ຍີ່ປຸ່ນ- ສ.ເກົາຫຼີ
(ພາບ: Yonhap)
(vovworld)- ໃນການພົບປະເຈລະຈາເມື່ອວັນທີ 1/7, ຢູ່ຮາວາຍ ປະເທດອາເມລິກາ ດຳເນີນໄປຢູ່ນອກການຊ້ອມຮົບທະຫານເຮືອນາໆຊາດ “2014-RIMPAC“ ເພື່ອແນໃສ່ເພີ່ມທະວີການຮ່ວມມືຮັບມືກັບຄວາມວິຕົກກັງວົນກ່ຽວກັບບັນຫານິວເຄຼຍໃນແຫຼມເກົາຫຼີ. ທີ່ການພົບປະເຈລະຈາ, ບັນດາເຈົ້າໜ້າທີ່ການທະຫານຂັ້ນສູງສາມປະເທດ ໄດ້ປຶກສາຫາລືກ່ຽວກັບໄພນາບຂູ່ຕ່າງໆຈາກເລື່ອງ ສປປ.ເກົາຫຼີ ພັດທະນາລູກສອນໄຟ ແລະ ນິວເຄຼຍ. ສາມຝ່າຍເຫັນດີເປັນເອກະສັນຈະເພີ່ມທະວີການຮ່ວມມືດ້ານການທະຫານ ເພື່ອແນໃສ່ຮັບມືກັບໄພນາບຂູ່ນິວເຄຼຍ ແລະ ລູກສອນໄຟຈາກພຽງຢາງ.
ນີ້ແມ່ນຄັ້ງທຳອິດທີ່ການນຳຂັ້ນສູງທະຫານອັນດັບ 1 ຂອງອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີ ມີການພົບປະໂດຍກົງ ຊື່ງໄດ້ດຳເນີນໄປໃນສະພາບການຊຸມມື້ມໍ່ໆມານີ້, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນໃສ່ເຂດທະເລທາງທິດຕາເວັນອອກທະເລຍີ່ປຸ່ນຢ່າງລຽນຕິດ./.