ການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ໂຊວຽດ

(VOVWORLD) - ເຫດການນີ້ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ໂຊວຽດ, ວັນມູນເຊື້ອສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ (23/5/1950 – 23/5/2018).
ການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ໂຊວຽດ - ảnh 1ການພົບປະໃນຕອນບ່າຍວັນທີ 23 ພຶດສະພາ

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ຮ່າໂນ້ຍ, ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໄດ້ສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ຈັດຕັ້ງການພົບປະ, ແລກປ່ຽນບົດຮຽນ, ສົມທົບກັນໃນວຽກງານພົວພັນຕ່າງປະເທດ, ພ້ອມທັງແນໃສ່ຫວນຄືນບັນດາອະນຸສອນ, ການພົວພັນແບບພິເສດ, ການປະກອບສ່ວນອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນ ໂຊວຽດ ໃນເມື່ອກ່ອນ ແລະ ສະຫະພັນລັດເຊຍ ໃນປະຈຸບັນ ສຳລັບການປະຕິວັດ ຫວຽດນາມ. ເຫດການນີ້ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ໂຊວຽດ, ວັນມູນເຊື້ອສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ (23/5/1950 – 23/5/2018).

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ຊົມເຊີຍປະເທດລັດເຊຍ ທີ່ຫາກໍ່ຈັດຕັ້ງການເລືອກຕັ້ງປະທານາທິບໍດີ ອາຍຸການໃໝ່ໃຫ້ສຳເລັດຜົນ, ພ້ອມທັງຢັ້ງຢືນວ່າ ປະເທດ ລັດເຊຍ ໃນປະຈຸບັນຍັງແມ່ນປະເທດມະຫາອຳນາດ, ແມ່ນຊາດທີ່ຍິ່ງໃຫຍ່. ການພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດມີການປະກອບສ່ວນສຳຄັນຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ. ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ, 2 ອົງການນີ້ຈະສືບຕໍ່ມີບັນດາການເຄື່ອນໄຫວປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບດີງາມກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ