ການພົບປະແລກປ່ຽນກ່ຽວກັບການຄຸ້ມຄອງລັດຂອງຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ
(ພາບປະກອບ)
(vovworld) – ວັນທີ 28/10, ການນຳກະຊວງງຊັບພະຍາກອນ ແລະ ສິ່ງແວດລ້ອມ, ບັນດາຫົວໜ່ວຍສັງກັດ ແລະ ການນຳບັນດາພະແນກ, ພະນັກງານ, ລັດຖະກອນຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມໃນທົ່ວປະເທດ ໄດ້ເຂົ້າຮ່ວມການພົບປະໂດຍກົງຜ່ານເຄືອຂ່າຍອິນເຕີເນັດຄັ້ງທີ 2 ປີ 2014 ກ່ຽວກັບການຄຸ້ມຄອງລັດຂອງຂະແຫຼງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ຕອບຄຳຖາມຂອງປະຊາຊົນ ແລະ ວິສາຫະກິດໂດຍກົງ ກ່ຽວກັບບັນດາບັນຫາຄຸ້ມຄອງລັດຂອງຂະແໜງ. ໃນຈຳນວນບັນດາຄຳຖາມຂອງປະຊາຊົນ ແລະ ວິສາຫະກິດທີ່ສົ່ງມາ, ມີເຖິງ 70% ຄຳຖາມແມ່ນໄດ້ເຕື້ອງເຖິງບັນຫາຄຸ້ມຄອງທີ່ດິນ ແລະ ຊັບສົມບັດໃນທີ່ດິນ, ຖັດຈາກນັ້ນແມ່ນຂົງເຂດປົກປັກຮັກສາສິ່ງແວດລ້ອມ; ຄຸ້ມຄອງ, ຂຸດຂົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນແຮ່ທາດ.
ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງວຽນມິງກວາງ ເນັ້ນໜັກວ່າ, ການພົບປະແລກປ່ຽນໂດຍກົງຜ່ານເຄືອຂ່າຍອິນເຕີເນັດ ໄດ້ກາຍເປັນຊ່ອງສື່ສານ, ເປັນຂົວຕໍ່ສຳຄັນລະຫວ່າງກະຊວງ ກັບປະຊາຊົນ ແລະ ວິສາຫະກິດ. ຜ່ານບັນດາການພົບປະແລກປ່ຽນຄັ້ງຕ່າງໆ, ກະຊວງ ແລະ ພະແນກເຫັນໄດ້ ບັນດາຂໍ້ຄ້າງຄາໃນວິວັດການສ້າງ ແລະ ຜັນຂະຫຍາຍກົນໄກ, ນະໂຍບາຍ, ກົດໝາຍຂອງຂະແໜງ ເພື່ອຄົ້ນຄວ້າ, ປັບປຸງ, ເພີ່ມຕື່ມໃຫ້ເໝາະສົມ.