ການພົບປະແລກປ່ຽນ,ແຈ້ງຂໍ້ມູນຂ່າວກ່ຽວກັບທະເລ,ໝູ່ເກາະຫວຽດນາມ

ການພົບປະແລກປ່ຽນ,ແຈ້ງຂໍ້ມູນຂ່າວກ່ຽວກັບທະເລ,ໝູ່ເກາະຫວຽດນາມ - ảnh 1
ສະ​ໂມ​ສອນ​ໄວ​ຫນຸ່​ມ​ເພື່ອ​ທະ​ເລ​ໝູ່​ເກາະ​ມອບ​ແຜນ​ທີ່​ຮ່​ວາງ​ຊາ ແລະ
ເຈື່ອງ​ຊາ​ໃຫ້​ແຂວງ ດ້ຽນ​ບຽນ
ພາບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 6/8 ຢູ່ ແຂວງ ດ້ຽນ​ບຽນ, ສະ​ໂມ​ສອນ ໄວ​ຫນຸ່ມ​ເພື່ອ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງນອນ, ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ​ ສົມ​ທົບ​ກັນ​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ, ແຈ້ງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໂຄ​ສະ​ນາ, ສຶກ​ສາ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ເປັນ​ຕົ້ນ​ແມ່ນ​ໄວ​ຫນຸ່ມ​ແຂວງ ດ້ຽນ​ບຽນ ມີ​ຄວາມ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ບົດ​ບາດ, ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ພື້ນ​ຖານ, ພະ​ຍານ​ຫລັກ​ຖານ​ນິ​ຕິ​ທຳ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ ໝ່​ູ​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ທ່ານ ເຈີນ​ຮ​ວ່າງ​ຕ​້າວ, ກຳ​ມະ​ການ ຄະ​ນະ​ບໍ​ລິ​ຫານ​ງານ​ຄະ​ນະ​ຊາວ​ຫນຸ່ມ ພະ​ແນກກໍ່​ສ້າງ​ແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ:

        “ເຂົ້າ​ຮ່ວມ​ລາຍ​ການ​ແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ກໍ​ຄື​ກຳ​ແຫນ້ນ​ໄດ້​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ໂຄ​ສະ​ນາ​ເຖິງ​ຊາ​ວ​ຫນຸ່​ມ​ໃນ​ພະ​ແນກ ແລະ ຊາວ​ຫນຸ່ມ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ.”

ຕອບກັບ

ຂ່າວ/ບົດ​ອື່ນ