ການພົບເຫັນ ແລະ ປັບໄໝລົງໂທດການສໍ້ລາດບັງຫຼວງຂຶ້ນກັບຄວາມຮັບຜິດຊອບຂອງບັນດາອົງການບໍລິຫານລັດ
ວາລະອະພິປາຍຂອງອົງການກວດກາລັດຖະບານ
(ພາບ:VGP)
(vovworld) - ທີ່ວາລະອະພິປາຍ “ການພົບເຫັນ ແລະ ການປັບໄໝລົງໂທດການກະທຳສໍ້ລາດບັງຫຼວງແມ່ນຂຶ້ນກັບຄວາມຮັບຜິດຊອບຂອງບັນດາອົງການບໍລິຫານລັດ” ທີ່ກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫາກໍ່ຈັດຕັ້ງ. ທ່ານຫົວໜ້າອົງການກວດກາລັດຖະບານ ຮິ່ງຟອງແຈງ ໃຫ້ຮູ້ວ່າວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ການສໍ້ລາດບັງຫຼວງໃນຂົງເຂດຈຳນວນໜຶ່ງພວມໄດ້ຄວບຄຸມເທື່ອລະກ້າວ. ທ່ານຫົວໜ້າອົງການກວດກາ ຍັງຖືວ່າ: ວຽກງານກວດກາມຸ່ງໄປເຖິງຫຼາຍຈຸດໝາຍ, ເນື້ອໃນ ຫາກບໍ່ພຽງແຕ່ການພົບເຫັນ ແລະ ປັບໄໝລົງໂທດເທົ່ານັ້ນ. ກ່າວຄຳເຫັນທີ່ວາລະອະພິປາຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:
“ວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ ຫວຽດນາມ ຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ. ນີ້ແມ່ນບັນຫາໃຫຍ່, ຍາວນານ, ດັ່ງນັ້ນ ກ່ອນອື່ນໝົດ ບັນດາອົງການບໍລິຫານລັດ, ບັນດາອົງການຍຸຕິທຳລ້ວນແຕ່ປະຕິບັດວຽກງານນີ້. ລະບົບກົງຈັກລັດ ນັບທັງລະບົບການເມືອງຕ້ອງເຂົ້າຮ່ວມ. ທີ່ 2 ແມ່ນ, ວຽກງານນີ້ຍັງສັບສົນຫຍຸ້ງຍາກຫຼາຍ, ດັ່ງນັ້ນຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ. ຂ້າພະເຈົ້າຄິດວ່າ ວຽກງານຫຍຸ້ງຍາກຄືແນວນີ້ຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງຈຶ່ງບັນລຸຜົນສຳເລັດ.”