ການພິພາດຢູ່ທະເລຕາເວັນອອກຕອ້ງແກ້ໄຂໂດຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ

ການພິພາດຢູ່ທະເລຕາເວັນອອກຕອ້ງແກ້ໄຂໂດຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ - ảnh 1
ພາບປະກອບ: internet


(vovworld) - ​​ໃນ​ຖະ​ແຫລ​ງການ​ທາງ​ຫນັງສືພິມ​ດ້ວຍ​ລາຍ​ລັກ​ອັກສອນທີ່​ຍົກ​ອອກ​ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ (EAS) ​ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ ພະ​ນົມ​ເປັນ​ປະ​ເທດ ກຳປູ​ເຈຍ, ທ່ານ ປະທານາທິບໍດີ ຟິລິບ​ປີນ Benigno Aquino ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍທີ່​ກ່ຽວຂ້ອງ ຈົ່ງ​ເຄົາລົບ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່ທະວີບຂອງ​ບັນດາ​ປະ​ເທດ. ທ່ານ​ຍັງ​ເນັ້ນ​ຫນັກ​ວ່າ: ສິ່ງ​ດັ່ງກ່າວ​ໄດ້​ຢືນຢັນ​ວ່າ ​ແມ່ນ​ສອດຄ່ອງ​ກັບ​ບັນດາ​ຂໍ້​ມາດຕາ​ໃນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ​ໃນ​ຂະນະ​ນັ້ນ, ວັນ​ທີ 20/11, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ມາ​ເລ​ເຊຍ ພາຍຫລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວຂ້ອງ, ທ່ານ​ນາຍົກລັດ​ຖະມົນຕີ ມາ​ເລ​ເຊຍ Najib Tun Razak ​ຖື​ວ່າ: ບັນຫາ​ພິພາດ​ອະທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບັນຫາ​ສັບສົນທີ່​ສຸດ ​ແລະ ຕ້ອງ​ມີ​ເວລາ​ເພື່ອ​ແກ​້​ໄຂ, ພ້ອມ​ທັງ​ຢືນຢັນວ່າ: ປະ​ເທດ​ທັງ​ໝົດ ລ້ວນ​ແຕ່​ປາດ​ຖະຫນາ​ຢາກ​ມີ​ຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ. ຕາມ​ທ່ານ​ແລ້ວ ຖ້າ​ຫາກ​ບັນດາ​ຝ່າຍ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ທີ່ມີ​ລັກສະນະ​ສ້າງສັນ, ບັນດາບັນຫາ​ສັບສົນ​ນັ້ນ​ສາມາດ​ແກ້​ໄຂ​ໄດ້.

 

ຂ່າວ/ບົດ​ອື່ນ