ການພົວພັນຈີນ-ອາຊຽນພວມຢູ່“ໃນໄລຍະພັດທະນາດີທີ່ສຸດ”
ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ລ້ຽວເຈີນມິນ
(ພາບ: THX/TTXVN)
(vovworld) - ວັນທີ 31/08, ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ລ້ຽວເຈີນມິນ ໄດ້ຢືນຢັນວ່າ, ບັນດາການພົວພັນຂອງປະເທດນີ້ກັບອາຊຽນ ພວມກ້າວເຂົ້າສູ່ “ໄລຍະພັດທະນາດີທີ່ສຸດ”. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ ລ້ຽວເຈີນມິນ ໄດ້ອອກແຈ້ງການທ່ານນາຍົກລັດຖະມົນຕີ ລິ໋ເຄີສຽງ ຈະເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ - ຈີນ (10+1) ຄັ້ງທີ 19, ກອງປະຊຸມບັນດາການນຳອາຊຽນ - ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ (10+3) ຄັ້ງທີ 19 ແລະ ກອງປະຊຸມສຸດຍອດອາຊີ ຕາເວັນອອກຄັ້ງທີ 11 ເຊິ່ງຈະໄດ້ຈັດຕັ້ງຢູ່ສປປ.ລາວ ໃນລະຫວ່າງວັນທີ 06 – 09/09 ຈະມາເຖິງ. ຕາມທ່ານ ລ້ຽວເຈີນມິນ ແລ້ວ, ການຢ້ຽມຢາມຈະມາເຖິງຂອງທ່ານນາຍົກລັດຖະມົນຕີ ລິ໋ເຄີສຽງ ຈະເຮັດໃຫ້ການພົວພັນລະຫວ່າງອາຊຽນ - ຈີນ ເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການເຊື່ອມໂຍງເຂດອາຊີຕາເວັນອອກ ແລະ ຮັກສາສັນຕະພາບ, ສະຖຽນລະພາບໃນພາກພື້ນ. ທ່ານກໍໃສ່ໃຈວ່າ, ປະຈຸບັນ, ຈີນ ແມ່ນຄູ່ຄ້າໃຫຍ່ທີສຸດຂອງອາຊຽນ ແລະ ອາຊຽນ ແມ່ນຄູ່ຄ້າໃຫຍ່ອັນດັບ 3 ຂອງຈີນ, ພ້ອມກັນນັ້ນວົງເງິນການຄ້າ 2 ຝ່າຍໃນ 6 ເດືອນຕົ້ນປີ 2016 ບັນລຸ 209 ຕື້ USD.