ການພົວພັນຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ສຶບຕໍ່ພັດທະນາ

ການພົວພັນຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ສຶບຕໍ່ພັດທະນາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
​ຕ້ອນຮັບ​ທ່ານ​ນາງ Satsuki Katayama ສະມາຊິກ​ສະພາ​ສູງ
(ພາບ: TTXVN)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 23/12 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Satsuki Katayama ສະມາຊິກ​ສະພາ​ສູງ, ຜູ້​ຮັກສາ​ການ​ປະທານ​ກຳມາ​ທິການ​ນະ​ໂຍບາຍ​ພັກ​ເສລີ​ປະຊາທິປະ​ໄຕ ຍີ່ປຸ່ນ ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ ສະ​​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ ​ແລະ ​ແທດ​ຈິງ ​ໃນ​ທຸກ​ຂົງ​ເຂດ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ກ່ຽວ​ກັບ​ດ້ານ​ການ​ເມືອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ປາດ​ຖະໜາ​ວ່າ ທ່ານ​ນາງ Satsuki Katayama ຈະຕັ້ງໜ້າ​ຂົນຂວາຍ​ເພື່ອ​​ໃຫ້​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ສືບ​ຕໍ່​ສະໜັບສະໜູນ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ.

 

ຂ່າວ/ບົດ​ອື່ນ