ການພົວພັນດ້ານການຄ້າຫວຽດນາມ-ອາຟຼິກາໃຕ້ສືບຕໍ່ພັດທະນາຢ່າງໝັ້ນຄົງ

ການພົວພັນດ້ານການຄ້າຫວຽດນາມ-ອາຟຼິກາໃຕ້ສືບຕໍ່ພັດທະນາຢ່າງໝັ້ນຄົງ - ảnh 1
      ຫວຽດ​ນ​າມ​ສົ່ງ​ອອກ​ກາ​ເຟ​ໄປ​ຍັງ ​ອາ​ຟ​ຼິ​ກາ​ໃຕ​້
  ພາບ:internet

(vovworld)- ​​ຍອດ​ວົງ​ເງິ​ນ​ແລກ​ປ່ຽນ​ດ້ານ​ການ​ຄ້າ 2 ສົ້ນ​ໃນ​ປີ 2014 ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ຟ​ຼິ​ກາໃຕ້ ຄາດ​ວ່າ​ບັນລຸ 962 ລ້ານ USD, ເພີ່ມ​ຂຶ້ນ​ເກືອບ 5% ເມື່ອ​ທຽບ​ໃສ່​ປີ 2013. ໂຄງ​ປະ​ກອບ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ປ່ຽນ​ແປງ​ຕາມ​ທິດ​ຕັ້ງ​ຫນ້​າ ເມື່ອ​ການ​ສົ່ງ​ອອກ​ກາ​ເຟ, ສົ່ງ​ອອກ​ເກີບ​ຂອງ​ຫວຽດ​ນາມ ໄປ​ຍັງຕະ​ຫລາດນີ້ ສືບ​ຕໍ່​ເພີ່ມ​ຂຶ້ນ. ໃນ​ຂະ​ນະ​ນັ້ນ,  ​​ການ​ພົວ​ພັນ​ດ້ານເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ ອາ​ຟ​ຼິ​ກາ​ໃຕ້ ໃນ​ປີ 2015 ຄາດ​ຄະ​ເນວ່າ​ຈະ​ພັດ​ທະ​ນາດີ​ພໍ​ສົມ​ຄວນ. ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ອາ​ຟ​ຼິ​ກາ, ໃນ​ນັ້ນ ມີ​ອາ​ຟ​ຼິ​ກາ​ໃຕ​້. ນອກນັ້ນ ການ​ເຄື່ອນ​ໄຫວ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ສົ່ງ​ເສີມ​ການ​ຄ້າ, ຖະ​ແຫລງ​ຂ່າວ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ປີ 2015  ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ