ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງຫວຽດນາມແລະອຽກລັງຈະມີການເຄື່ອນໄຫວຢ່າງຕັ້ງໜ້າໃນໄລຍະຈະມາເຖິງ

ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງຫວຽດນາມແລະອຽກລັງຈະມີການເຄື່ອນໄຫວຢ່າງຕັ້ງໜ້າໃນໄລຍະຈະມາເຖິງ - ảnh 1
ງານ​ລ້ຽງ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດິ​ອຽກ​ລັງ Michael D.Higgins
(ພາບ: TTXVN)

(vovworld) - ​​​ ​​ ​ຕອນ​ຄ່ຳ​ວັນ​ທີ 07/11, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ເປັນ​ເຈົ້າ​ພາບ​​ຈັດງານ​ລ້ຽງ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດິ​ອຽກ​ລັງ Michael D.Higgins ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ​. ກ່າວ​ຄຳ​ເຫັນ​​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຊີ້​ແຈ​້ງວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອຽກ​ລັງ ​ທີ່​ມີ​ມາເປັນ​ເວ​ລາ 20 ປີ, ໄດ້​ຮັບ​ການສ້າງ​ຕັ້ງ ແລະ ພັດ​ທະ​ນາ ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ, ​ການຮ່ວມ​ມື ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​​ຫຼາຍ​ຢ່າງໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ - ບ​ຳ​ລຸງ​ສ້າງ. ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດຍັງ​ໃຫຍ່​ຫຼວງ​ຢູ່, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ທີ່​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ ​ໃນ​ນັ້ນ​​ອຽກ​ລັງ ເປັນ​ສະ​ມາ​ຊິກໃກ​້​ຈະ​ໄດ້​ຮັບ​ການ​ລົງ​ນ​າມ ແລະ ປະ​ຕິ​ບັດ. ຜ່ານນັ້ນ​ໄດ້​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕັ້ງ​ໜ້າ ແລະ ​ແຮງໃນ​ໄລ​ຍະ​ຕໍ່​ໄປ, ຕອບ​ສະ​​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.

        ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael D.Higgins ຖື​ວ່າ, ອຽກ​ລັງ ແລະ ຫວຽດ​ນາມ ຕ້ອງມາ​ນະ​ພະ​ຍາ​ຍາມ​ປັບ​ປ​ຸງ​ການ​ພົວ​ພັນ​ເພື່ອ​ກ້າວ​ໄປ​ເຖິງ​ອະ​ນາ​ຄົດ​ຢ່າງ​ໝັ້ນ​ຄົງ.

ຂ່າວ/ບົດ​ອື່ນ