ໂຄສົກກະຊວງການຕ່າງປະເທດຈີນ ຄວາຊວນຢິງ
(ພາບ: VOA)
(vovworld) - ກ່າວຄຳເຫັນໃນການປະຊຸມຂ່າວຢູ່ປັກກິງ, ໃນຕອນບ່າຍວັນທີ 25/05, ໂຄສົກກະຊວງການຕ່າງປະເທດຈີນ ຄວາຊວນຢິງ ຖືວ່າ, ບັນດາການເຄ່ືອນໄຫວຂອງເຮືອບິນຊອດແນມອາເມລິກາ ແມ່ນ “ອັນຕະລາຍທີ່ສຸດ, ອັນຈະພາໄປເຖິງການເຂົ້າໃຈຜິດງ່າຍ ແລະ ເກີດເຫດທາງອາກາດ”. ທ່ານກໍ່ຮຽກຮ້ອງໃຫ້ອາເມລິກາ ຢຸດຕິບັນດາການເຄື່ອນໄຫວຊອດແນມທີ່ຄ້າຍຄືກັນໂດຍທັນທີ, ທ່ານນາງ ຄວາຊວນຢິງ ຖືວ່າ ຄວາມເສລີທາງອາກາດ ແລະ ການເດີນທະເລຢູ່ທະເລຕາເວັນອອກ ໃນປະຈຸບັນແມ່ນ “ບໍ່ມີບັນຫາຫຍັງ” ແລະ ບັນດາປະເທດລ້ວນແຕ່ມີຄວາມເສລີທາງອາກາດ ແລະ ການເດີນທະເລຢູ່ທີ່ນີ້. ຝ່າຍຈີນ ກໍ່ຢືນຢັນວ່າ, ຄວາມເສລີທາງອາກາດ ແລະ ການເດີນທະເລບໍ່ໝາຍຄວາມວ່າເຮືອບິນ ແລະ ກຳ່ປັ່ນສູ້ຮົບຕ່າງປະເທດ ສາມາດນາບຂູ່ເຖິງສິດຜົນປະໂຫຍດຂອງປະເທດອື່ນໄດ້.