ການພົວພັນລະຫວ່າງຫວຽດນາມ-ການາດາສືບຕໍ່ໄດ້ຮັບການປັບປຸງແລະພັດທະນາ
ການພົວພັນລະຫວ່າງຫວຽດນາມ-ການາດາ
ສືບຕໍ່ໄດ້ຮັບການປັບປຸງແລະພັດທະນາ
(ພາບ: Vietnam+)
(vovworld) – ການພົວພັນລະຫວ່າງຫວຽດນາມ - ການາດາ ສືບຕໍ່ໄດ້ຮັບການປັບປຸງແລະພັດທະນາ, ສິ່ງດັ່ງກ່າວໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳການາດາ ໂຕແອງຢຸງ ຢືນຢັນ, ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ຢູ່ນະຄອນຫຼວງ Ottawa ໂດຍສະຖານທູດຫວຽດນາມ ຈັດຕັ້ງໃນວັນທີ 15/09. ທ່ານເອກອັກຄະລັດຖະທູດ ໂຕແອງຢຸງ ເນັ້ນໜັກວ່າ, ຫວຽດນາມ ພວມນອນໃນບັນຊີລາຍຊື່ບັນດາປະເທດໃຫ້ບຸລິມະສິດຂອງຍຸດທະສາດຕະຫຼາດທົ່ວໂລກ, ຍຸດທະສາດການສຶກສາສາກົນ ແລະ ໂຄງການພັດທະນາສາກົນຂອງການາດາ. ປະຈຸບັນ, ການາດາ ແມ່ນປະເທດຢືນອັນດັບທີ 14 ກ່ຽວກັບການລົງທຶນຢູ່ຫວຽດນາມ ແລະ ມີນັກຮຽນ, ນັກສຶກສາຫວຽດນາມ ພວມຮໍ່າຮຽນຢູ່ທີ່ນີ້ປະມານ 5.000 ຄົນ. ຫວຽດນາມ ສະໜັບສະໜູນນະໂຍບາຍມຸ້ງໄປສູ່ພາກພື້ນອາຊີ - ປາຊີຟິກ ຂອງການາດາ ແລະ ຊົມເຊີຍການປະກອບສ່ວນຂອງການາດາ ເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ.