(vovworld)- ວັນທີ 26/9, ທ່ານນນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກ ປາຣີ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສ ຝລັ່ງ ຢ່າງເປັນທາງການ ເພື່ອເດີນທາງໄປ ອາເມລິກາ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 68. ກ່ອນຫນ້ານັ້ນ ວັນທີ 25/9, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຈລະຈາກັບນາຍົກລັດຖະມົນຕີ ຝລັ່ງ Jean Ayrault. ນາຍົກລັດຖະມົນຕີ ທັງສອງທ່ານໄດ້ລົງນາມໃນຖະແຫລງການຮ່ວມຢ່າງເປັນທາງການ ຍົກການພົວພັນລະຫວ່າງ ຫວຽດນາມ ແລະ ຝລ່ັງ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ.ນີ້ແມ່ນບາດລ້ຽວເປີດຫນ້າປະຫວັດສາດໃຫມ່ ໃນການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດໃນນັບທັງສອງຝ່າຍ ແລະ ຫລາຍຝ່າຍ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະທ່ານ ນາຍົກລັດຖະມົນຕີ ຝລັ່ງ Jean Ayrault.
|
ທີ່ການປະຊຸມຂ່າວ ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເນັ້ນຫນັກວ່າ:
“ຖະແຫລງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຝລັ່ງເປັນຂີດໝາຍສຳຄັນ ແລະ ມີຄວາມຫມາຍທີ່ສຸດສຳລັບການພົວພັນລະຫວ່າງສອງປະເທດ, ເປັນຕົ້ນໃນສະພາບທີ່ສອງປະເທດສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດ. ພວກຂ້າພະເຈົ້າຢືນຢັນ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນສອງປະເທດເຊື່ອມຕໍ່ເປັນຄູ່ຮ່ວມມືກັນ ພິເສດໃນບັນດາຂົງເຂດທີ່ ຝລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ຄື: ເຕັກໂນໂລຊີສູງ, ພື້ນຖານໂຄງລ່າງ, ພະລັງງານ, ຄົມມະນາຄົມ, ສາທາລະນະສຸກ, ກະສິກຳ, ປຸງແຕ່ງອາຫານ ແລະ ສິ່ງແວດລ້ອມ.”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ຝລັ່ງ Jean Marc Ayrault ເຫັນດີເປັນເອກະສັນວ່າ: ສອງປະເທດຄວນເພີ່ມທະວີການຮ່ວມມືໃນບັນດາເວທີປາໄສສາກົນ. ຝລັ່ງ ສະຫນັບສະຫນູນຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນແກ້ໄຂບັນດາການພິພາດຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຝລັ່ງ ຢືນຢັນວ່າ:
“ປະເທດ ຝລັ່ງ ສະຫນັບສະຫນູນຄວາມເສລີໃນການຈໍລະຈອນທາງທະເລຕາເວັນອອກ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ຄວາມເສລີການເດີນທະເລ. ພວກຂ້າພະເຈົ້າສົ່ງເສີມບັນດາປະເທດສະແດງໃຫ້ເຫັນບົດບາດຂອງຕົນ ຕາມທີ່ຕັ້ງບົດບາດຂອງແຕ່ລະປະເທດ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ສິດຕັດສິນດ້ວຍຕົນເອງຂອງບັນດາປະເທດທີ່ກ່ຽວຂ້ອງ.”
ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ຝລັ່ງ Jean Marc Ayrault ໄດ້ລົງນາມໃນຖະແຫລງການຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງຫວຽດນາມ ແລະ ຝລັ່ງ. ຖະແຫລງການໄດ້ຊີ້ແຈງການກຳນົດທິດຮ່ວມມືໃນ 5 ໝວດຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ການຮ່ວມມືປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. ນາຍົກລັດຖະມົນຕີທັງສອງທ່ານ ພ້ອມກັນເປັນສັກຂິພິຍານພິທີລົງນາມໃນເອກະສານຮ່ວມມືຫລາຍສະບັບລະຫວ່າງບັນດາກະຊວງ, ຂະແຫນງການ ແລະ ວິສາຫະກິດສອງປະເທດ ທີ່ກ່ຽວຂ້ອງເຖິງບັນດາຂົງເຂດເສດຖະກິດ, ທະນາຄານ, ຄົມມະນາຄົມຂົນສົ່ງ, ນ້ຳມັນອາຍແກສ.