(vovworld) - ໂດຍສືບຕໍ່ການຢ້ຽມຢາມອາເມລິກາ ຢ່າງເປັນທາງການ, ວັນທີ 24/07, ຢູ່ນະຄອນຫຼວງ ວໍຊິນເຕັນ ດີຊີ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າອາເມລິກາ Penny Prizker, ທ່ານລັດຖະມົນຕີກະຊວງກະສິກຳ Tom Vilsack, ຜູ້ຕາງໜ້າການຄ້າທ່ານ Michael Froman. ທ່ານປະທານປະເທດໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນໃນງານລ້ຽງຂອງລັດຖະບານອາເມລິກາ ໂດຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kery ເປັນປະທານ.
ກ່າວຄຳເຫັນທີ່ງານລ້ຽງ, ເຊິ່ງດຳເນີນໄປຢູ່ສຳນັກງານຂອງກະຊວງການຕ່າງປະເທດອາເມລິກາ, ທ່ານປະທານປະເທດ ເຈືອນເຕີນຊາງ ໄດ້ແຈ້ງໃຫ້ຊາບບັນດາໝາກຜົນແຫ່ງການພັດທະນາ ແລະ ນະໂຍບາຍເຊິ່ງຫວຽດນາມ ໄດ້ວາງອອກ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງທ່າພັດທະນາ, ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍູ້ແຮງການປະຕິຮູບດ້ານບໍລິຫານ ແລະ ປ້ອງກັນ, ຕ້ານການສໍລາດບັງຫຼວງ. ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍນະໂຍບາຍການຕ່າງປະເທດ ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ໃນສະພາບທີ່ທົ່ວພາກພື້ນ ແລະ ທົ່ວໂລກພວມມີການຜັນແປຫຼາຍຢ່າງ. ທ່ານປະທານປະເທດ ເນັ້ນໜັກເຖິງບົດບາດຂອງບັນດາປະເທດໃຫຍ່ ໃນນັ້ນມີອາເມລິກາ.
“ໃນນະໂຍບາຍການຕ່າງປະເທດຂອງຕົນ, ຍາມໃດຫວຽດນາມ ກໍຖືອາເມລິກາ ແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງ. ການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາໄດ້ມີບັນດາບາດກ້າວທີ່ຕັ້ງໜ້າບົນພື້ນຖານການພົວພັນຄູ່ຮ່ວມມືທີ່ຕັ້ງໜ້າ, ມິດຕະພາບ, ສ້າງສາ, ຮ່ວມມືຫຼາຍດ້ານ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. 2 ປະເທດບໍ່ພຽງແຕ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນບັນດາບັນຫາ 2 ຝ່າຍເທົ່ານັ້ນ ຫາກຍັງໃນບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ, ທີ່ມີລັກສະນະຍຸດທະສາດຄື ປ້ອງກັນຕ້ານກໍ່ການຮ້າຍ, ຄວາມປອດໄພໃນການເດີນທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ອີກດ້ວຍ ແລະ ພິເສດແມ່ນພວມພ້ອມກັນຕັດສິນໃຈສ້າງສຳເລັດສັນຍາການຄ້າເຂດປາຊີຟີກ (TPP), ຕອບສະໜອງຜົນປະໂຫຍດຂອງບັນດາຝ່າຍ”.
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນສິດເສລີໃນການເຊື່ອຖືສາສະໜາ, ຮັກສາມູນເຊື້ອວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ. ເນັ້ນໜັກເຖິງກາລະໂອກາດເພື່ອນຳການພົວພັນ 2 ຝ່າຍໄປສູ່ໄລຍະພັດທະນາໃໝ່.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ພົບປະກັບບັນດາສະມາຊິກສະພາສູງ ແລະ ສະພາຕຳ່ ອາເມລິກາ ແລະ ກຳມາທິການການຕ່າງປະເທດສະພາສູງອາເມລິກາ. ທີ່ການພົບປະ, ບັນດາສະມາຊິກສະພາຕຳ່, ສະພາສູງອາເມລິກາ ເນັ້ນຫນັກວ່າ: ການຢ້ຽມຢາມຂອງທ່ານປະທານປະເທດໄດ້ເປີດໄລຍະໃຫມ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພ້ອມທັງຢືນຢັນວ່າ: ອາເມລິກາຖືບົດບາດຂອງຫວຽດນາມໃນບັນດາບັນຫາພາກພື້ນເປັນສຳຄັນ ແລະ ສະພາແຫ່ງຊາດອາເມລິກາສະຫນັບສະຫນູນອຳນາດການປົກຄອງໃນນະໂຍບາຍນຳການພົວພັນ ຫວຽດນາມ - ອາເມລິກາຂຶ້ນສູ່ລະດັບສູງກວ່າ; ຕີລາຄາສູງຄວາມມານະພະຍາຍາມຂອງ ອາຊຽນ ແລະ ຫວຽດນາມ ໃນການຊຸກຍູ້ການເຈລະຈາຢ່າງເປັນທາງການກ່ຽວກັບປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC).
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 24/7, ຕາມເວລາ ວໍຊິງຕັນ, ທ່ານປະທານປະເທດ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າ Penny Pritzker, ທ່ານລັດຖະມົນຕີກະຊວງກະສິກຳ Tom Vilsack, ຜູ້ຕາງໜ້າການຄ້າ ທ່ານ Michael Froman. ນະທີ່ນີ້, ບັນດາລັດຖະມົນຕີ ອາເມລິກາ ເນັ້ນໜັກວ່າການພົວພັນລະຫວ່າງ 2 ປະເທດ ພວມມີບັນດາກາລະໂອກາດໃຫຍ່ເພື່ອພັດທະນາຢ່າງແຮງໃນໄລຍະຈະມາເຖິງ ແລະ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານ ລັດຖະມົນຕີກະຊວງການຄ້າ Pritzker ແລະ ຜູ້ຕາງໜ້າການຄ້າ Froman ເນັ້ນໜັກເຖິງຄວາມຕັດສິນໃຈຂອງລັດຖະບານ ອາເມລິກາ, ທີ່ຈະພ້ອມກັບບັນດາສະມາຊິກອື່ນຊຸກຍູ້ວິວັດການເຈລະຈາເພື່ອສາມາດສ້າງສັນຍາຄູ່ຮ່ວມມືເຂດປາຊີຟີກ (TPP) ໃຫ້ສຳເລັດ, ຊົມເຊີຍບັນດາຄວາມຄືບໜ້າໃນການເຈລະຈາຜ່ານມາລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢູ່ ມາເລເຊຍ. ລັດຖະມົນຕີກະຊວງກະສິກຳ Tom Vilsack ຕີລາຄາສູງວ່າການຮ່ວມມືດ້ານກະສິກຳລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ຢືນຢັນຈະຊຸກຍູ້ບັນດາໂຄງການໜູນຊ່ວຍ ຫວຽດນາມ ສ້າງກຳລັງຄວາມສາມາດ, ບຳລຸງສ້າງໃນຂົງເຂດ ກະສິກຳ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ສັນຍາ TPP ຕ້ອງແມ່ນສັນຍາມີຄວາມດຸ່ນດ່ຽງ, ເພື່ອຈຸດໝາຍພັດທະນາ ແລະ ຮັບປະກັນລັກສະນະຫຼາຍຮູບຫຼາຍແບບ ກ່ຽວກັບລະດັບການພັດທະນາຂອງບັນດາສະມາຊິກ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ຝ່າຍ ອາເມລິກາ ເປີດຕະຫຼາດນເຂົ້າສິນຄ້າ ຂອງ ຫວຽດນາມ, ຫຼີກລ້ຽງການນຳໃຊ້ບັນດາຮົ້ວກີດຂວາງການຄ້າສຳລັບສິນຄ້ານຳເຂົ້າຈາດ ຫວຽດນາມ ຮັບປະກັນຜົນປະໂຫຍດອັນເປັນທຳຂອງບັນດາວິສາຫະກິດ ແລະ ຄົນງານ ຫວຽດນາມ, ກໍ່ຄືສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກ ອາເມລິກາ.