ການພົວພັນສາມັກຄີ ແລະ ຮ່ວມມືຫວຽດນາມ - ກຸຍບາ ສືບຕໍ່ໄດ້ຮັບການ ປັບປຸງ ແລະ ພັດທະນາຢ່າງຮອບດ້ານ

ການພົວພັນສາມັກຄີ ແລະ ຮ່ວມມືຫວຽດນາມ - ກຸຍບາ ສືບຕໍ່ໄດ້ຮັບການ ປັບປຸງ ແລະ ພັດທະນາຢ່າງຮອບດ້ານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
ຕ້ອນຮັບລັດຖະມົນຕີ​ການ​ຕ່າງປະ​ເທດ​ກຸຍ​ບາ
(ພາບ: TTXVN)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ​ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ສາທາລະນະລັດ ກຸຍ​ບາ Bruno Rodriguez Parrilla ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 09 – 12/09. ຕອນ​ເຊົ້າ​ວັນ​ທີ 10/09, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຸຍ​ບາ Bruno Rodriguez Parrilla ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແລກປ່ຽນ​ບັດ​ດາ​ມາດ​ຕະການ​​ຊຸກຍູ້​ການ​ພົວພັນ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ແລະ 2 ກະຊວງ​ການ​ຕ່າງປ​ະ​ເທດ ກໍ່​ຄື​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ເຫັນ​ດີ​ຕີ​ລາຄາ​ວ່າ ການ​ພົວພັນ​ສາມັກຄີ ​ແລະ ຮ່ວມ​ມື​ອ້າຍ​ນ້ອງ​ລະຫວ່າງ​ຫວຽດນາມ - ກຸຍ​ບາ ​ໃນ​ໄລຍະ​ຜ່ານ​ມາສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ພັ​ດທະນາ​ຢ່າງຮອບດ້ານ, ພົ້ນ​ເດັ່ນ​ແມ່ນ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມກູ​ບາ​ຢ່າງ​ເປັນ​ທາງ​ການຂອງ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ (3/2014). ສອງ​ຝ່າຍ​ຢືນຢັນ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ບັນດາ​ເອກະສານ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ລົງ​ນາມ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ. ພິ​ເສດ​ແມ່ນ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ​ແລະ ວິທະຍາສາດ​ເຕັກນິກ ​ເພື່ອ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ທັງ​ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກູ​ບາ​ກໍ່​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່​ງ ຊາດ ຫງວຽນ​ທິກິມ​ເງິນ​ແລະ ຫົວໜ້າ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບິ່ງ​ກວນ.

ຂ່າວ/ບົດ​ອື່ນ