(vovworld) – ຕອນບ່າຍວັນທີ 07/10, ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທັງເປັນຫົວໜ້າກົມຊັບສິນທາງປັນຍາ ເຈີນຫວຽດແທງ ນຳໜ້າ, ໄດ້ມີການເຮັດວຽກກັບຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) Francis Gurry ຢູ່ສຳນັກງານ WIPO ທີ່ເຊີແນວ. ທີ່ການເຮັດວຽກ, ດ.ຣ Francis Gurry ສະແດງຄວາມເບີກບານມ່ວນຊ່ືນຕໍ່ການຮ່ວມມືທີ່ນັບມື້ນັບພັດທະນາລະຫວ່າງ WIPO ແລະ ຫວຽດນາມ. ທ່ານກໍສະແດງຄວາມຫວັງວ່າ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນໄລຍະໄວທີ່ສຸດ ເພື່ອປັບປຸງການພົວພັນອັນດີງາມລະຫວ່າງ 2 ຝ່າຍ. ສ່ວນທ່ານ ເຈີນຫວຽດແທງ ໃຫ້ຮູ້ວ່າ, ຫວຽດນາມ ກໍສະເໜີ WIPO ໜູນຊ່ວຍໃນວິວັດການກະກຽມ, ເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາສົນທິສັນຍາສາກົນ ຜ່ານການເຊື້ອເຊີນເຂົ້າຮ່ວມບັນດາວາລະປະຊຸມ, ກອງປະຊຸມທີ່ກ່ຽວຂ້ອງ, ສົ່ງນັກຊ່ຽວຊານມາໃຫ້ຄຳປຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ຍົກສູງຄວາມຮັບຮູ້ຂອງມວນຊົນກ່ຽວກັບສົນທິສັນຍາສາກົນ.