(vovworld) – ວັນທີ 21/10, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ໄດ້ໃຫ້ການຕ້ອນຮັບທ່ານອະດີດປະທານາທິບໍດີສ.ເກົາຫຼີ Lee Myung Bak ທີ່ພວມຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເລຮ່ວາງກວນ ໄດ້ຕີລາຄາສູງໝາກຜົນໃນການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃນໄລຍະຜ່ານມາ, ໃນນັ້ນມີເລື່ອງ ສ.ເກົາຫຼີ ພວມແມ່ນນັກລົງທຶນຕ່າງປະເທດໃຫຍ່ກວ່າໝູ່ເຂົ້າຫວຽດນາມ, ດ້ວຍຍອດທຶນຈົດທະບຽນບັນລຸ 43 ຕື້ USD. ໄລ່ຮອດທ້າຍເດືອນ 08/2015 ວົງເງິນການຄ້າ 2 ຝ່າຍບັນລຸ 24 ຕື້ USD, ໃນນັ້ນຫວຽດນາມ ສົ່ງອອກ 5,4 ຕື້ USD. ທ່ານ ເລຮ່ວາງກວນ ຢືນຢັນວ່າ, ຍາມໃດນະຄອນໂຮ່ຈິມິນ ກໍຖືສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ ໃນດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ. ພິເສດ, ການພົວພັນລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນ Busan (ສ.ເກົາຫຼີ) ແມ່ນຮູບແບບການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ. ທ່ານ ເລຮ່ວາງກວນ ປາດຖະໜາວ່າ, ທ່ານອະດີດປະທານາທິບໍດີ Lee Myung Bak ຈະສືບຕໍ່ໂຄສະນາສະພາບແວດລ້ອມແຫ່ງການລົງທຶນ, ສົ່ງເສີມບັນດາວິສາຫະກິດສ.ເກົາຫຼີ ລົງທຶນເຂົ້າຫວຽດນາມ ກໍຄືນະຄອນໂຮ່ຈິມິນ.