ການພົວພັນແລກປ່ຽນທາງການທູດເພີ່ມທະວີການພັດທະນາການພົວພັນລະຫວ່າງ ຫວຽດນາມ - ອີຢູ

(VOVWORLD) -ທ່ານJan Zahradilຈະເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ສັດຕະຍາບັນສັນຍາ EVFTA ໂດຍໄວ
ການພົວພັນແລກປ່ຽນທາງການທູດເພີ່ມທະວີການພັດທະນາການພົວພັນລະຫວ່າງ ຫວຽດນາມ - ອີຢູ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເຊັກໂກ ໂຮ່ມິນຕ໊ວນ (ພາບ: TTXVN)

 ນັບແຕ່ວັນທີ 12 – 14 ກໍລະກົດ, ຢູ່ນະຄອນ Mikulov ຂຶ້ນກັບເຂດພາກໃຕ້ Moravia, ສາທາລະນະລັດ ເຊັກໂກ, ໄດ້ດໍາເນີນການພົວພັນແລກປ່ຽນທາງການທູດ ຕາມຂໍ້ລິເລີ່ມຂອງທ່ານ Jan Zahradil, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອີຢູ - ຫວຽດນາມ ແລະ ສະຫະສະມາຄົມຊາວຫວຽດນາມ ອາໄສ ຢູ່ ເອີຣົບ, ພ້ອມດ້ວຍການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດຫວຽດນາມ 5 ທ່ານ ປະຈໍາ ເຊັກໂກ, ສະໂລໂວກີ, ຮຸງກາຣີ, ແຟງລັງ ແລະ ໂອຕາລິດ ອີກດ້ວຍ. ນີ້ເປັນການພົບປະແລກປ່ຽນຄັ້ງທໍາອິດລະຫວ່າງ ທ່ານ Jan Zahradil ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງ ອີຢູ - ຫວຽດນາມ ແລະ ບັນດາເອກອັກຄະລັດຖະທູດປະຈໍາ 5 ປະເທດດັ່ງກ່າວ ໃນສະພາບທ່ານ ຫາກໍໄດ້ຮັບການເລືອກຕັ້ງເປັນຮອງປະທານຜູ້ທີໜຶ່ງ ຄະນະກໍາມະການການຄ້າສາກົນ ຂອງອີຢູ. ສິ່ງດັ່ງກ່າວ ແມ່ນສໍາຄັນທີ່ສຸດ ເພາະວ່າ ອີຢູ ແລະ ຫວຽດນາມ ຫາກໍລົງນາມໃນສັນຍາ EVFTA ໃນທ້າຍເດືອນ ມິຖຸນາ 2019 ຜ່ານມາ. ທ່ານ Jan Zahradil ຖືວ່າ ເຫດການດັ່ງກ່າວ ໄດ້ກາຍເປັນການເຄື່ອນໄຫວປະຈໍາປີ, ພ້ອມທັງຢັ້ງຢືນວ່າ ທ່ານຈະມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ອີຢູ ກໍຄືຈັດຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງ ອີຢູ - ຫວຽດນາມ ຄືນໃໝ່ໃນອາຍຸການໃໝ່. ຖ້າຫາກວ່າ ຍັງສືບຕໍ່ເປັນຜູ້ລາຍງານຕົ້ນຕໍກ່ຽວກັບການພົວພັນຫວຽດນາມ - ອີຢູ ໃນອາຍຸການໃໝ່, ທ່ານຈະເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ສັດຕະຍາບັນສັນຍາ EVFTA ໂດຍໄວ, ພ້ອມທັງສະເໜີບັນດາເອກອັກຄະລັດຖະທູດຫວຽດນາມ ປະຈໍາບັນດາປະເທດສະມາຊິກ ອີຢູ ຮ່ວມເດີນທາງ, ສົມທົບໜູນຊ່ວຍກັນ ແລະ ຊຸກຍູ້ກັນ ເພື່ອໃຫ້ບັນດາປະເທດ ອີຢູ ຮັບຮອງເອົາໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ