(vovworld) - ວັນທີ 27/04, ກ່າວຄຳເຫັນໃນການເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ທີ່ພວມຢ້ຽມຢາມລັດເຊຍ, ທ່ານປະທານາທິບໍດີລັດເຊຍ Vadimir Putin ຢືນຢັນວ່າ, ລັດເຊຍ ແລະ ຍີ່ປຸ່ນ ພວມມີຄວາມຄືບໜ້າໃນການພັດທະນາການພົວພັນ 2 ຝ່າຍ ແລະ ການຢ້ຽມຢາມຂອງການນຳຍີ່ປຸ່ນ ອາດສາມາດປະກອບສ່ວນຊອກໄດ້ບັນດາບາດກ້າວໃໝ່. ຮ່ວມທັດສະນະດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Shinzo Abe ຍ້ອມຮັບວ່າ, ການພົວພັນ 2 ຝ່າຍລະຫວ່າງ ຍີ່ປຸ່ນ ແລະ ລັດເຊຍ ພວມພັດທະນາຢ່າງຕັ້ງໜ້າ.
ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນ, ແມ່ນແງ່ຫວັງຂອງລັດເຊຍ ແລະ ມົດສະກູ ພ້ອມແລ້ວທີ່ຈະຮ່ວມມືເພື່ອແກ້ໄຂບໍ່ວ່າບັນຫາໃດໆ, ຊ້ຳບໍ່ໜຳແມ່ນບັນດາບັນຫາສັບສົນທີ່ສຸດໃນການພົວພັນ 2 ຝ່າຍ, ໂດຍອີງບົນຫຼັກການເຄົາລົບ, ສະເໝີພາບ ແລະ ຄິດໄລ່ເຖິງຜົນປະໂຫຍດຂອງກັນ. ເມື່ອເຕື້ອງເຖິງສັນຍາສັນຕິພາບທີ່ກີດຂວາງການພົວພັນ 2 ຝ່າຍໃນຕະຫຼອດໄລຍະ 70 ປີຜ່ານມາ, ທ່ານ Putin ຖະແຫຼງວ່າ, ເລື່ອງແກ້ໄຂບັນຫາສົນທິສັນຍາສັນຕິພາບ ຕ້ອງຕອບສະໜອງບັນດາຜົນປະໂຫຍດຍຸດທະສາດຂອງລັດເຊຍ ແລະ ຍີ່ປຸ່ນ, ຕ້ອງໄດ້ຮັບຄວາມເຫັນດີຈາກປະຊາຊົນ 2 ປະເທດ… ກ່ຽວຂ້ອງເຖິງບັນຫາສາກົນ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ, ການນຳ 2 ປະເທດໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືບັນຫາຮ່ວມມືໃນບັນດາອົງການຈັດຕັ້ງຫຼາຍຝ່າຍ, ພິເສດແມ່ນສະພາບການຢູ່ອ້ອມແຫຼມເກົາຫຼີ.