ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ຫວຽດນາມ
ຢູ່ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ
(ພາບ: thaiduckhai/TTXVN)
(vovworld) - ຕອນຄ່ຳວັນທີ 2/9, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນລຶວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປາກິດສະຖານ ຢືນຢັນວ່າ: ການພົວພັນ ຫວຽດນາມ - ປາກິດສະຖານ ພັດທະນາໃນຫລາຍຂົງເຂດ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1972 ຢ່າງບໍ່ຢຸດຢັ້ງ; ພິເສດ, ແມ່ນຈຸດໝາຍຍົກວົງເງິນການຄ້າ 2 ຝ່າຍຂື້ນ 500 ລ້ານໂດລາສະຫະລັດ ທີ່ບັນລຸໄດ້ໃນປີນີ້ຢ່າງແນ່ນອນ.
ເຂົ້າຮ່ວມພິທີ, ທ່ານລັດຖະມົນຕີວ່າການກະຊວງການຄ້າ ປາກິດສະຖານ Khurram Dastgir Khan ເນັ້ນໜັກວ່າ: ຕະຫລາດ ຫວຽດນາມ ແມ່ນສະຖານທີ່ພວມດຶງດູດສຳລັບປະຊາຄົມວິສາຫະກິດ ປາກິດສະຖານ, ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍແມ່ນໃຫຍ່ຫລວງ ແລະ ເຊື່ອໝັ້ນວ່າ: ການພົວພັນ 2 ປະເທດໃນທຸກຂົງເຂດຈະນັບມື້ນັບພັດທະນາ.