ການຢ້ຽມຢາມຂອງທ່ານນາງຫງວຽນທິກິມເງິນເຖິງອິນເດຍເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi
(ພາບ: Trọng Đức/TTXVN)
|
(vovworld) – ການຢ້ຽມຢາມຂອງ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຖິງອິນເດຍເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ - ນັ້ນແມ່ນການຢ້ັ້ງຢືນຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອກ ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການຢ້ຽມຢາມ ອິນເດຍ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແຕ່ວັນທີ 8 – 11/12/2016. ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອກ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ໄດ້ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດທີ່ຫາກໍ່ໄດ້ຍົກລະດັບເນື່ອງໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃນເດືອນ 9/2016 ເປັນລະອຽດ. ການຢ້ຽມຢາມກໍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການນິຕິບັນຍັດ ອິນເດຍ ໃຫ້ເລິກເຊິ່ງ ກ້ວາງຂວາງ, ສ້າງພື້ນຖານຢ່າງໝັ້ນຄົງໃຫ້ແກ່ການພົວພັນສະຖຽນລະພາບແບບຍາວນານກັບ ອິນເດຍ ກ່ວາອີກ. ເນື່ອງໃນການຢ້ຽມຢາມຄັ້ງນີ້, ສະພາແຫ່ງຊາດ 2 ປະເທດໄດ້ເຊັນຂໍ້ຕົກລົງຮ່ວມມື, ສ້າງຂອບເຂດເພື່ອຊຸກຍູ້ການພົວພັນລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດໃນໄລຍະຈະມາເຖິງໃຫ້ແຮງກ່ວາອີກ.
ໃນສະພາບການພາກພື້ນ ແລະ ສາກົນ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ອິນເດຍ ຢ່າງສະເໝີຕົ້ນສະເໝີປາຍນັບແຕ່ເມື່ອເລີ່ມຜັນຂະຫຍາຍ “ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ” ແລະ ປະຈຸບັນແມ່ນ “ນະໂຍບາຍການເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ”, ສະໜັບສະໜູນ ອິນເດຍ ມີບົດບາດ ແລະ ທີ່ຕັ້ງນັບມື້ນັບສູງໃນພາກພື້ນ ແລະ ໃນໂລກ. 2 ປະເທດແບ່ງປັນຜົນປະໂຫຍດລວມໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ ອາຊີ - ປາຊີຟິກ, ບົນພື້ນຖານເຄົາລົບກົດໝາຍສາກົນ.