ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງຢືນຢັນຄວາມຕັດສິນໃຈເພີ່ມທະວີສາຍພົວພັນລະຫວ່າງ2ປະເທດ

ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງຢືນຢັນຄວາມຕັດສິນໃຈເພີ່ມທະວີສາຍພົວພັນລະຫວ່າງ2ປະເທດ - ảnh 1
(ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ຢືນຢັນຄວາມຕັດສິນໃຈເພີ່ມທະວີສາຍພົວພັນລະຫວ່າງ2ປະເທດ)


(vovworld) – ການ​ຢ້ຽມຢາມ​ລາວ​ຂອງ​ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້ຢືນຢັນ​ຄວາມ​ຕັດສິນ​​​ໃຈຢ່າງ​ສູງຂອງ 2 ປະ​ເທດ ​ໃນ​ການ​ເພີ່ມ​ທະວີ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​​ແບບ​ພິ​ເສດ. ສິ່ງ​ດັ່ງກ່າວ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈຸ​ງ ຢືນຢັນ ​ເມື່ອ​ຕອບ​ສຳພາດ​ຕໍ່​ສ່ື​ມວນ​ຊົນ ​ເນື່ອງ​ໃນ​ໂອກາດ ທ່ານນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ແລະ ຄະນະ​ຜູ້​​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​, ​ໃນ​ລະຫວ່າງ​ວັນ​ທີ 13 – 14/09 ຢ່າ​ງຈົບງາມ. ທ່ານ ເລ​ຮ່ວາຍ​ຈຸ​ງ ​ໃຫ້​ຮູ​້ວ່າ: ​ໃນ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດ​ຖະມົນຕີ​ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ເຈລະຈາ​ ​ແລະ ພົບ​ປະກັບທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ບັນດາ​ການ​ນຳ​ຂັ້ນ​ສູງ​ສຸ​ດຂອງ​ລາວ. 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ເຊື່ອ​ມຕໍ່​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ທີ່​ຫາ​ກໍ​ໄດ​້ຮັບ​ການ​ລົງ​ນາມ; ສືບ​ຕໍ່​ພິຈາລະ​ນາ ​ແກ້​ໄຂ​ບັນດາ​ບັນຫາ​ນະ​ໂຍບາຍ, ກົນ​ໄກ, ລະບຽບ​ການ​ໃຫ້ວິ​ສາ​ຫະກິດ 2 ປະ​ເທດ, ​ເພີ່ມ​ທະວີ​ວົງ​ເງິນ​ການຄ​້າ​ໃນ​ປີ 2015.

        ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ກັບ​ບັນດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ອື່ນ, ຮັກສາ​ຫຼັກ​ໝັ້ນ, ທັດສະນະ​ລວມຂອງ​ອາ​ຊຽນ​ໃນ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ສຳຄັນ​ຢູ່​ພາກ​ພື້ນ ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ຈະ​ສະໜັບສະໜູນ​ລາວ ຮັບບົດ​ບາດ​ເປັນປະທານອາ​ຊຽນ ​ໃນ​ປີ 2016 ສຳ​ເລັດ​ຜົນຢ່າງ​ສຸດ​ຈິດ​ສຸດ​ໃຈ . ກ່ຽວ​ກັບ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ, 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ລະຫວ່າງ​ກົມ​ການ​ເມືອງ​ຂອງ 2 ປະ​ເທດ.

        ກ່ຽວ​ກັບ​ໂຄງການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ເກືອໂປ​ຕາສ ຢູ່​ລາວ, ​​ເຊິ່ງ​ແມ່ນໂຄງການ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ ຢູ່​ຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ​ໂຄງການ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ ທີ່ສ້າງຜົນ​ປະ​ໂຫຍ​ດ​​ໃຫ້​ທັງ 2 ປະ​ເທດເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳຄັນ​ຂອງ​ພັກ, ລັດ, ປະຊາ​ຊົນ​ຫວຽດນາມ ສຳ​ລັບ​ລາວ ​ແລະ ປາດ​ຖະໜາ​ຢາກ​ຕັ້ງໜ້າປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ລາວ​ ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ