ສາດສະດາຈານ Marvin Ott
|
(vovworld)-ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີB.Obamaໄດ້ເຮັດແຈ້ງແລະປັບປຸງຄວາມຮັບຮູ້ລວມກ່ຽວກັບບັນດາຜົນປະໂຫຍດຍຸດທະສາດຫວຽດນາມ-ອາເມລິກາ. ນີ້ແມ່ນຄຳຢືນຢັນຂອງສາດສະດາຈານ Marvin Ott, ຊື່ງແມ່ນຫນຶ່ງໃນບັນດານັກຄົ້ນຄ້ວາອາຊີຕາເວັນອອກ ແຖວຫນ້າຂອງໂລກ ໃນການແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ພາຍຫລັງທີ່ທ່ານປະທານາທິບໍດີ ອາເມລິກາ Brack Obama ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານ Marvin Ott ກໍຢືນຢັນວ່າ: ຜ່ານການຢ້ຽມຢາມຄັ້ງນີ້, ປະທານາທິບໍດີ ອາເມລິກາ Brack Obama ໄດ້ມານະພະຍາຍາມສ້າງບັນດາພື້ນຖານຕົ້ນຕໍເພື່ອຊຸກຍູ້ການພົວພັນຮ່ວມມືປ້ອງກັນຄວາມສະຫງົບຍຸດທະສາດ ລະຫວ່າງຫວຽດນາມ ແລະ ອາເມລິກາໃຫ້ນັບມື້ນັບສະຫນິດຕິດພັນກວ່າ. ເມື່ອໄຈ້ແຍກບົດກ່າວປາໄສຂອງ ປະທານາທິບໍດີ ອາເມລິກາ Brack Obama ຕໍ່ຫນ້ານັກຮຽນ, ນັກສຶກສາ, ນັກຮຽນຮູ້ ແລະ ປະຊາຊົນຮ່າໂນ້ຍ, ສາດສະດາຈານ Marvin Ott ຖືວ່າ: ບົດກ່າວປາໄສນີ້ແມ່ນການລວບລວມວິວັດການ ໃນໄລຍະ 40 ປີ ນັບແຕ່ເມື່ອສົງຄາມຫວຽດນາມ ສິ້ນສຸດລົງ, ສອງປະເທດໄດ້ຄ່ອຍໆຜ່ານຜ່າອະດີດຕະການສົງຄາມ ແລະ ເປີດສັງກາດໃຫມ່ໃນການພົວພັນສອງຝ່າຍ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບການກະທົບຂອງໝາກຜົນການເລືອກຕັ້ງ ປະທານາທິບໍດີ ອາເມລິກາ ໃນທ້າຍປີນີ້ ສຳລັບການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນອະນາຄົດ, ສາດສະດາຈານ Marvin Ott ຊີ້ແຈ້ງວ່າ:
“ຂ້າພະເຈົ້າເຫັນວ່າ ບໍ່ມີການຖົກຖຽງໃດກ່ຽວກັບນະໂຍບາຍຂອງອາເມລິກາ ສຳລັບຫວຽດນາມ ໃນບັ້ນຫາສຽງເລືອກຕັ້ງ, ໃນສະພາແຫ່ງຊາດ ຫລື ສື່ມວນຊົນອາເມລິກາ. ນັ້ນແມ່ນສິ່ງສຳຄັນທີ່ສຸດ. ພວກເຮົາອາດຈະເຫັນຄວາມເຫັນດີເຫັນພ້ອມໃນວົງການການເມືອງ ອາເມລິກາ ກ່ຽວກັບນະໂຍບາຍສຳລັບຫວຽດນາມ ແລະ ສິ່ງນີ້ແມ່ນມີມາແຕ່ດົນນານແລ້ວ. ຂ້າພະເຈົ້າຄິດວ່າ ໃນອະນາຄົດຈະບໍ່ມີການປ່ຽນແປງໃດ ຈະແມ່ນໃຜມາເປັນປະທານາທິບໍດີ ອາເມລິກາ ຄົນໃຫມ່ ກໍຕາມ.”