ການຢ້ຽມຢາມອາເມລິກາຂອງປະທານປະເທດເຈືອງເຕີນຊາງເປັນຂີດໝາຍປະຫວັດສາດ

ການຢ້ຽມຢາມອາເມລິກາຂອງປະທານປະເທດເຈືອງເຕີນຊາງເປັນຂີດໝາຍປະຫວັດສາດ - ảnh 1
ປະທານາທິບໍດີ Brack Obama ແລະ ພັນລະຍາ ຕ້ອນຮັບປະທານປະເທດ
ເຈືອງເຕີນຊາງພ້ອມດ້ວຍພັນລະຍາເມື່ອເຂົ້າຮ່ວມ APEC 2011
ພາບ: internet


(vovworld)-ວັນ​ທີ 23/7, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ແຫ່ງ​ລັດ​ຫວຽດນາມ ​ໄດ້​ອອກ​ຈາກ ຮ່າ​ໂນ້ຍ ​ເດີນທາງ​ໄປ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Brack Obama. ຕາມ​ແຜນການ ​ໃນ​ໄລຍະ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ແຕ່ວັນ​ທີ 24-26/7, ທ່ານ​ປະທານ​ປະ​ເທດ ​ເຕືອງ​ເຕີນ​ຊາງ ຈະ​ເຈລະຈາ, ​ແລກປ່ຽນ​ຄຳ​ເຫັນ​ກັບ​ການ​ນຳ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ພົບ​ປະ​ກັບ​ວົງ​ການ​ການ​ເມືອງ, ວິ​ສາ​ຫະກິດ, ນັກຮຽນ​ຮູ້, ​ເພື່ອນ​ມິດ, ການ​ນຳ​ອົງການ​ສາກົນ​ຈຳນວນ​ຫນຶ່ງ ​ແລະ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່ ອາ​ເມລິກາ. ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຫວຽດນາມ ຈະ​ພົບ​ປະ​ແລກປ່ຽນ​ກັບ​ຜູ້ຕາງຫນ້າ​ບັນດາ​ອົງການ​ຄູ່​ຮ່ວມ​ມື ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ແມ່ນ​ເຫດການ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ​ໃນ​ວັນ​ທີ 22/7, ທ່ານ Daniel Rusel ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ.  ທ່ານ​ຖື​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດສຳຄັນ​ຢູ່​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້, ການ​ຢ້ຽມຢາມ​ແມ່ນ​ກາລະ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ອາ​ເມ​ລິກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ.

ຂ່າວ/ບົດ​ອື່ນ