ການຢ້ຽມຢາມ ເຢຍລະມັນ ແລະ ໂຮນລັງ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບັນລຸໝາກຜົນໃນທຸກຂົງເຂດ

(VOVWORLD) - ການຢ້ຽມຢາມ ເອີຣົບຕາເວັນຕົກຄັ້ງທຳອິດຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ
ການຢ້ຽມຢາມ ເຢຍລະມັນ ແລະ ໂຮນລັງ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບັນລຸໝາກຜົນໃນທຸກຂົງເຂດ - ảnh 1ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີ, ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ 

ແຕ່ວັນທີ 05-11 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສາທາລະນະລັດສະຫະພັນເຢຍລະມັນ ຢ່າງເປັນທາງການ; ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂອງໂລກ (G20) ຕາມຄຳເຊີນຂອງ ທ່ານ ນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ແລະ ຢ້ຽມຢາມລາຊະອານາຈັກໂຮນລັງ ຕາມຄຳເຊີນຂອງ ທ່ານ ນາຍກລັດຖະມົນຕີ Mark Rutte. ຕອບສຳພາດຕໍ່ສື່ມວນຊົນ, ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີ, ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ການຢ້ຽມຢາມ ເອີຣົບຕາເວັນຕົກຄັ້ງທຳອິດຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ; ຊຸກຍູ້ການພົວພັນ ຫວຽດນາມ-ໂຮນລັງ ພັດທະນາກຳລັງໜູນ ແລະ ຮອບດ້ານກວ່າອີກ, ຍົກສູງອິດທິພົນ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນຕະຫຼາດໂລກ. ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີ ໃຫ້ຮູ້ວ່າ ຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນ ແມ່ນຈຸດສຸມຂອງການຢ້ຽມຢາມ ເຢຍລະມັນ ແລະ ໂຮນລັງ  ຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີ. ບັນດານະຄອນ, ບັນດາລັດຂອງ ເຢຍລະມັນ ແລະ ໂຮນລັງ  ຕ່າງກໍ່ມີຄວາມປາຖະໜາຢາກຮ່ວມມືກັບ ຫວຽດນາມ ເວົ້າລວມ ແມ່ນບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ເວົ້າສະເພາະແມ່ນໃນບັນດາຂົງເຂດທີ່ເຂົາເຈົ້າມີທ່າແຮງ.

        “ເຢຍລະມັນ ແມ່ນຄູ່ຮ່ວມມືໃຫຍ່ຂອງ ຫວຽດນາມ ຢູ່ເອີຣົບ, ແມ່ນປະເທດທີ່ມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນທີ່ຍິ່ງໃຫຍ່,  ລວມທັງລັດຖະບານສູນກາງ ແລະ ບັນດາລັດຕ່າງກໍ່ມີກຳລັງແຮງບົ່ມຊ້ອນໃຫຍ່ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ກົນຈັກ. ເມື່ອລັດຖະມົນຕີສະເໜີໃຫ້ ເຢຍລະມັນ ຊ່ວຍໜູນ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ບົດຮຽນການຄຸ້ມຄອງ, ບັນດາລັດຕ່າງກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງເສີມບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງເຂົາເຈົ້າລົງທຶນຮ່ວມມືເຂົ້າ ຫວຽດນາມ ໃນຂົງເຂດນີ້. ບັນດາວິສາຫະກິດຕອບສະໜອງ ແລະ ສະແດງອອກຢ່າງລະອຽດຜ່ານການລົງນາມຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ