ການລົງທຶນຂອງຕ່າງປະເທດຊຸກຍູ້ພື້ນຖານເສດຖະກິດລາວພັດທະນາຢ່າງວ່ອງໄວ

 ການລົງທຶນຂອງຕ່າງປະເທດຊຸກຍູ້ພື້ນຖານເສດຖະກິດລາວພັດທະນາຢ່າງວ່ອງໄວ - ảnh 1
ໂຄງການປູກຕົ້ນຢາງພາລາຂອງວິສາຫະກິດຫວຽດນາມຢູ່ລາວ


(vovworld)- ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ​ແລ້ວ, ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ແມ່ນ​ແຫ​ລ່ງກຳລັງ​ສຳຄັນ​ຊຸກຍູ້​ພື້ນຖານ​ເສດຖະກິດ​ພັດທະນາ​​ໃນ​ໄລຍະ​ຜ່ານ​ມາ. ນັບ​ແຕ່​ປີ 1986 ມາ​ຮອດ​ປະຈຸ​ບັນ, ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ລາວ ບັນລຸ 24 ຕື້ USD. ນຳ​ຫນ້າ​ໃນ​ຈຳນວນ​ບັນດາ​ປະ​ເທດ​ລົງທຶນ​ເຂົ້າ​ລາວ ​ແມ່ນ ຈີນ ດ້ວຍ​ຈຳນວນ​ທຶນ 5,2 ຕື້ USD, ຫວຽດນາມ 4,7 ຕື້ USD, ​ໄທ 4,6 ຕື້  USD. ນອກ​ນັ້ນ ບັນດາ​ປະ​ເທດ​ຄື ສ​ເກົາຫລີ, ຍີ່​ປຸ່ນ, ຝລັ່ງ, ມາ​ເລ​ເຊຍ, ​ໂຮ​ນລັງ ​ຢືນ​ອັນ​ດັບ​ທີ 10 ​ໃນ​ຈຳນວນ​ບັນດາປະ​ເທດ​ລົງທຶນ​ຢູ່​ລາວ. ຂົງ​ເຂດ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດຢູ່​ລາວ ລວມມີ: ການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ຂຸດ​ຄົ້ນ​ບໍ່​ແຮ່, ກະສິກຳ, ​ໂຮງ​ແຮມ, ບໍລິການ, ອຸດສາຫ​ະກຳ, ອາຊີບ​ຫັດຖະກຳ.

 

ຂ່າວ/ບົດ​ອື່ນ