ທ່ານ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນວິສາຫະກິດຂັ້ນສູງ ອາເມລິກາ
(ພາບ: ເຈີນຫາຍ)
(vovworld)- ຕອນບ່າຍ ວັນທີ 25/8, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ຄະນະວິສາຫະກິດຂັ້ນສູງ ສະພາດຳເນີນທຸລະກິດສະຫະລັດອາເມລິກາ-ອາຊຽນ (US-ABC) ໂດຍ ທ່ານ A.Phen-men, ປະທານທັງເປັນຜູ້ອຳນວຍການບໍລິຫານ US-ABC ເປັນຫົວໜ້າຄະນະ. ກ່າວຄວາມເຫັນ ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ແລະ ສະຫະລັດອາເມລິກາ ບັນລຸໄດ້ບາດກ້າວກະໂດດຂັ້ນຫຼາຍຢ່າງ ໃນການພົວພັນຮ່ວມມືສອງປະເທດ ໃນ 10 ປີ ຜ່ານມາ, ເປັນຕົ້ນແມ່ນການລົງທຶນ ແລະ ການຄ້າສອງຝ່າຍ ພວມພັດທະນາຢ່າງແຮງ. ຫວຽດນາມ ຕີລາຄາສູງ ບັນດາການເຄື່ອນໄຫວໜູນຊ່ວຍ, ການຮ່ວມມື ຂອງປະຊາຄົມວິສາຫະກິດສະຫະລັດອາເມລິກາ ສຳລັບປະຊາຄົມວິສາຫະກິດຫວຽດນາມ, ເປັນຕົ້ນແມ່ນບັນດາການເຄື່ອນໄຫວໜູນຊ່ວຍ, ການຮ່ວມມືຜ່ານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI); ຊົມເຊີຍການກວດກາ, ຕີລາຄາ ແນໃສ່ຍົກອອກ ແລະ ຜັນຂະຫຍາຍ ບັນດາການເຄື່ອນໄຫວໜູນຊ່ວຍດ້ານເຕັກນິກທີ່ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການ ຂອງປະຊາຄົມວິສາຫະກິດຫວຽດນາມ ໃນຕົວຈິງ ແລະ ກຳແໜ້ນກາລະໂອກາດຢ່າງມີປະສິດທິຜົນ ຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ບົນຈິດໃຈນີ້, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: US-ABC ຈະສືບຕໍ່ໜູນຊ່ວຍປະຊາຄົມວິສາຫະກິດຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນ, ຍົກສູງກຳລັງແກ້ງແຍ່ງຢ່າງຕັ້ງໜ້າ; ກໍ່ຄືນຳບັນດາຄຳປຶກສາ, ຂໍ້ສະເໜີແນະ ຊ່ວຍລັດຖະບານຫວຽດນາມ ໃນວິວັດແຫ່ງການບໍລິຫານ ແລະ ພັດທະນະປະເທດຊາດ.
ທີ່ການຕ້ອນຮັບ, ມີວິສາຫະກິດສະຫະລັດອາເມລິກາຫຼາຍແຫ່ງ ລ້ວນແຕ່ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ ຂອງຫວຽດນາມ ພວມໄດ້ຮັບການປັບປຸງ, ສະແດງໃຫ້ເຫັນຄວາມຕັດສິນໃຈເປີດກວ້າງການທຳມາຄ້າຂາຍທີ່ຍາວນານ ຢູ່ຫວຽດນາມ, ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ ໃນວິວັດແຫ່ງການພັດທະນາ.