ສະຖານທີ່ເກີດເຫດວາງລະເບີດ
ພາບ:AFP/TTXVN)
|
(vovworld)- ວັນທີ 23/4, ຕຳຫລວດ ອີຣັກ ໃຫ້ຮູ້ວ່າ ໄດ້ເກີດການວາງລະເບີດສອງຄັ້ງເລັ່ງໃສ່ບັນດາກຳລັງປ້ອງກັນຄວາມສະຫງົບຢູ່ ນະຄອນຫລວງ ແບກແດດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 12 ຄົນ ແລະ ອີກ 39 ຄົນຖືກບາດເຈັບ. ອົງການລັດອິດສະລາມ IS ໄດ້ຍອມຮັບປະຕິບັດເຫດບຸກໂຈມຕີໃສ່ປ້ອມກວດກາຄວາມສະຫງົບຢູ່ ເມືອງ al Husseiniya ທາງທິດເຫນືອນະຄອນຫລວງ ແບກແດດ ເຮັດໃຫ້ 9 ຄົນເສຍຊີວິດ ແລະ 28 ຄົນຖືກບາດເຈັບ. ສ່ວນເຫດບຸກໂຈມຕີທີສອງເລັ່ງໃສ່ຂະບວນລົດການທະຫານຢູ່ເຂດ Arab al Jabour ຊານນະຄອນແບກແດດ ເຮັດໃຫ້ 3 ຄົນເສຍຊີວິດ ແລະ 11 ຄົນຖືກບາດເຈັບ ແຕ່ບໍ່ທັນມີອົງການໃດຍອມຮັບດຳເນີນເຫດບຸກໂຈມຕີນີ້.