ການວາງລະເບີດຊ້ອນເຮັດໃຫ້70ຄົນຮັບບາດເຈັບແລະເສຍຊີວິດຢູ່ອີຣັກ

ການວາງລະເບີດຊ້ອນເຮັດໃຫ້70ຄົນຮັບບາດເຈັບແລະເສຍຊີວິດຢູ່ອີຣັກ - ảnh 1
ການ​ວາງ​ລະ​ເບີດ​​ຊ້ອນ​ເຮັດ​ໃຫ້70ຄົນ​ຮັບ​ບາ​ດ​ເຈັບ​ແລະ​ເສຍ​ຊີ​ວິດ​ຢູ່​ອ​ີ​ຣັກ
(ພາບປະ​ກ​ອບ: AFP)

(vovworld) –​ ຕອນ​ຄ່ຳ​ວັນ​ທ​ີ 11/01, ໄດ້​ເກີດ​ເຫດ​ວາງ​ລະ​ເບີດ 2 ຄັ້ງ​ຢ່າງ​ລຽນ​ຕິດ​ຢູ່​ຮ້ານ​ກາ​ເ​ຟ ຢູ່​ເທດ​ສະ​ບານ​ເມືອງ Maqdadiyah, ແຂວງ Diyala, ທາງທິດ​ຕາ​ເວັນ​ອອກ​ອີ​ຣັກ, ເຮັດ​ໃຫ້ 23 ຄົນ​ເສຍ​ຊີ​ວິດ ແລະ 44 ຄົນ​ໄ​ດ້​ຮັບ​ບາດ​ເຈັບ. ເຫດ​ວາງ​ລະ​ເບີດ​ຄັ້ງ​ທ​ຳ​ອ​ິດ, ລະ​ເບ​ີດ​ຖືກວາງ​​ຢູ່​ແຄມ​ທາງ ແລະ ​ລະ​ເບີດ​ຂຶ້ນ​ໃກ້​ກັບ​ຮ້ານ​ກາ​ເຟ​ຢູ່ Maqdadiyah, ຫ່າງ​ຈາກ​ນະ​ຄອນ​ຫຼວງ​ແບກ​ແ​ດດ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ປະ​ມານ 100 ກ.ມ. ຫຼັງ​ຈາກນັ້ນ, ​ລົດ​ໂອ​ໂຕຄັນ​ໜຶ່ງ​ທີ່​ວາງ​ລະ​ເບີດ ​ກໍຖືກ​ລະ​ເບີດ​ຂຶ້ນຢູ່ສະ​ຖານ​ທີເກີດ​ເຫດ​​ທຳ​ອິດ ເຮັດ​ໃຫ້​ສ່ວ​ນ​ໜຶ່ງ​ຂອງ​ຮ້ານ​ກາ​ເຟ ແລະ ບາງ​ຮ້ານ​ຂາຍ​ເຄື່ອງມໍ່ໆ​ນັ້ນ​ຖືກ​ເປ​ເພ​ເສຍ​ຫາຍ.

      ໃນ​ວັນ​ເກີດ​ເຫດ, ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເ​ອງ ​ຍອມ​ຮັບ​ວ່າ ໄດ້​ດຳ​ເນີນ​ການ​ບຸ​ກ​ໂຈມ​ຕີ ແລະ ຈັບ​ຕົວ​ປະ​ກັນ​ຢູ່​ສູນ​ການ​ຄ້າ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ແບກ​ແດດ, ເຮັດ​ໃຫ​້ຢ່າງ​ໜ້ອຍ​ສຸດ​ມີ 12 ຄົນ​ເສຍ​ຊີ​ວິດ.

ຂ່າວ/ບົດ​ອື່ນ