ກຳລັງປ້ອງກັນຄວາມສະຫງົບພວມກູ້ຊ່ວຍຜູ້ຮັບບາດເຈັບ
ພາບ:AFP
|
(vovworld)- ວັນທີ 25/7, ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 19 ຄົນ ແລະ 62 ຄົນຖືກບາດເຈັບໃນເຫດວາງລະເບີດສະຫລະຊີບຢູ່ເທດສະບານ Marouna ພາກເຫນືອ Cameroon. ເຫດບຸກໂຈມຕີນີ້ເກີດຂຶ້ນພຽງພາຍຫລັງ 3 ມື້ເກີດການວາງລະເບີດຊ້ອນໂດຍຖືວ່າ ແມ່ນພວກກະບົດ Boko Haram ປະຕິບັດເຮັດໃຫ້ 20 ຄົນເສຍຊີວິດ. ໂທລະພາບໃຫ້ຂ່າວວ່າ: ຕົວການວາງລະເບີດສະຫລະຊີບແມ່ນແມ່ຍິງຄົນຫນຶ່ງ. ໃນຂະນະນັ້ນ ຢູ່ອີຣັກ ໄດ້ເກີດເຫດວາງລະເບີດສະຫລະຊີບ ຊ້ອນ ຢູ່ເທດສະບານ Tuz Khurmatu ຫ່າງຈາກນະຄອນຫລວງ ແບກແດດ ທາງທິດເຫນືອ ປະມານ 175 ກິໂລແມັດ ເຮັດໃຫ້ຢ່າງຫນ້ອຍສຸດ 12 ຄົນເສຍຊີວິດ ແລະ ອີກ 45 ຄົນຖືກບາດເຈັບ.