(vovworld) – ຕຳຫຼວດ ອີຣັກ ໃຫ້ຮູ້ວ່າ: ໃນວັນທີ 13/7, ຢ່າງໜ້ອຍສຸດມີ 27 ຄົນເສຍຊີວິດ ແລະ 77 ຄົນຮັບບາດເຈັບໃນບັນດາການຈາລະຈົນໃນທົ່ວປະເທດ ອີຣັກ, ໃນນັ້ນ ມີການວາງລະເບີດຢູ່ໂບດ ອິດສະລາມແຫ່ງໜຶ່ງຂອງ ຊາວ Sunni ຢູ່ນະຄອນຫຼວງ ແບກແດດ. ຕອນຄຳ່ວັນທີ 13/7, ມີລະເບີດລູກໜຶ່ງໄດ້ແຕກຂຶ້ນຢູ່ແຄມທາງ ໃກ້ກັບໂບດ Alid bin Alwalead ຢູ່ເຂດ Dora, ທາງພາກໃຕ້ຂອງນະຄອນຫຼວງ ແບກແດດ ເຮັດໃຫ້ຢ່າງໜ້ອຍສຸດ 13 ຄົນເສຍຊີວິດ ແລະ 30 ຄົນຮັບບາດເຈັບ. ຢູ່ນະຄອນເກົ່າ Madain ໃກ້ກັບນະຄອນຫຼວງ ແບກແດດໄປທາງທິດໃຕ້ປະມານ 30 ກມ, ມີລູກລະເບີດລູກໜຶ່ງແຕກຢູ່ແຄມທາງກໍ່ເຮັດໃຫ້ຢ່າງໜ້ອຍສຸດ 2 ຄົນເສຍຊີວິດ ແລະ 3 ຄົນຮັບບາດເຈັບ. ແລະກໍ່ໃນຕອນຄຳ່ວັນທີ 13/7, ຢ່າງໜ້ອຍສຸດ 4 ຄົນເສຍຊີວິດ ແລະ 13 ຄົນຮັບບາດເຈັບ ໃນການວາງລະເບີດລົດໂອໂຕສະຫຼະຊີບແນ່ໃສ່ພິທີສົ່ງສະການຢູ່ບ້ານ Zahra, ຫ່າງຈາກນະຄອນຫຼວງ ແບກແດດໄປທາງທິດຕາເວັນອອກສ່ຽງເໜືອປະມານ 75 ກມ. ປະຈຸບັນ, ບໍ່ມີອົງການໃດກ່າວຮັບຜິດຊອບກ່ຽວກັບການບຸກໂຈມຕີຄັ້ງຕ່າງໆດັ່ງ ກ່າວເທື່ອ, ແຕ່ນີ້ແມ່ນຮູບແບບການບຸກໂຈມຕີໂດຍ Al Qaeda ຢູ່ ອີຣັກ ດຳເນີນເປັນຕົ້ນ. ໃນ 3 ວັນຜ່ານມາ, ໃນທົ່ວປະເທດ ອີຣັກ ມີ 120 ຄົນເສຍຊີວິດ ແລະ ກ່ວາ 200 ຄົນຮັບບາດເຈັບຍ້ອນກະແສຟອງການໃຊ້ຄວາມຮຸນແຮງ.