ການວາງລະເບີດໃສ່ວິຫານອິດສະລາມຢູ່Nigeriaເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ
ສະຖານທີ່ຖືກວາງລະເບີດ
ພາບ:baomoi.com
|
(vovworld)- ອົງການສະພາວະສຸກເສີນແຫ່ງຊາດ Nigeria ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 20 ຄົນ ແລະ ອີກ 90 ຄົນຖືກບາດເຈັບໃນເຫດວາງລະເບີດໃສ່ວິຫານອິດສະລາມເມື່ອວັນທີ 28/12 ຢູ່ ນະຄອນ Maiduguri ພາກເຫນືອຂອງປະເທດນີ້. ເຫດວາງລະເບີດດັ່ງກ່າວເກີດຂຶ້ື້ນພາຍຫລັງ ເກີດການປະທະກັນຢ່າງຮ້າຍແຮງ ລະຫວ່າງກອງທັບ Nigeria ກັບກຳລັງທະຫານກະບົດ Boko Haram ທາງທິດຕາເວັນຕົກ Maiduguri ເມືອງເອກ ລັດ Borno ມື້ຫນຶ່ງ. ປະຈຸບັນ ເຈົ້າຫນ້າທີ່ປະເທດນີ້ ພວມສືບສວນເຫດວາງລະເບີດດັ່ງກ່າວ ແລະ ຍັງບໍ່ທັນມີອົງການໃດອອກສຽງຍອມຮັບໄດ້ກໍ່ໃຫ້ເກີດເຫດວາງລະເບີດດັ່ງກ່າວ. ໃນຂະນະນັ້ນ ຢູ່ ບ້ານ Dawari, ບັນດາມືປືນ Boko Haram ໄດ້ບຸກໂຈມຕີ ແລະ ເຂັ່ນຂ້າປະຊາຊົນຫລາຍຄົນ, ໃນນັ້ນ ມີນາຍບ້ານພ້ອມກັບລູກຂອງທ່ານ 10 ຄົນ.