ການວາງລະເບີດ ແລະ ຍິງປືນຢ່າງນອງເລືອດຢູ່ Nigeria

ການວາງລະເບີດ ແລະ ຍິງປືນຢ່າງນອງເລືອດຢູ່ Nigeria - ảnh 1

(ພາບ:voatiengviet.com)

( vovworld ) –  ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ພັກ​ຝ່າຍ​ຕ່າງໆ​ສືບ​ຕໍ່​ສ້າງ​ຄວາມ​ຢ້ານ​ກົວຕໍ່​ກັບ​ປະຊາຊົນ Nigeria ​ໃນ​ຂະນະ​ທີ່​ບັນດາ​ມື​ປືນ​ໄດ້​ບຸກ​ໂຈມ​ຕີ​ໂບດ​ແຫ່ງ 1 ຢູ່​ນະຄອນ Maiduguri ລັດ Borno ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ Nigeria ຊື່​ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 5 ຄົນ​ເສຍ​ຊີວິດ ​ແລະ ອີກ 15 ຄົນ​ຖືກ​ບາດ​ເຈັບ​ເມື່ອ​ວັນ​ທີ 10/6. ບັນດາ​ຕົວ​ພະຍານ​ໃຫ້​ຮູ້​ວ່າ:  ຄົນ​ແປກໜ້າ 3​​ ຄົນໄດ້​ບຸກ​ເຂົ້າ​ໂບດ ​ແລະ ຍິງ​ປືນ​ໃສ່​ບັນດາ​ຜູ້​ຄົນຢູ່​ພາຍໃນ​ໂບດ. ປະຈຸ​ບັນ, ວົງ​ການ​ເຈົ້າໜ້າ​ທີ​ທ້ອງ​ຖິ່ນ​ພຽງ​ແຕ່​ໃຫ້​ຮູ້​ວ່າ ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ພວມ​ດຳ​ເນີນ​ການ​ສືບສວນ.

   ​ໃນ​ວັນ​ດຽວ​ກັນ, ​ໄດ້​ເກີດ​ເຫດ​ລະ​ເບີດ​ແຕກ​ຢູ່​ໂບດ​ແຫ່ງ 1 ທີ່​ນະຄອນ Jos ​ເມືອງ​ເອກ​ຂອງ​ລັດ Plateau ທາງພາກ​ກາງ Nigeria ຊື່​ງ​ໄດ້​ເຮັດ​ໃຫ້ 4 ຄົນ​ເສຍ​ຊີ​ວິດ ​ແລະ ອີກ 41 ຄົນ​ຖືກ​ບາດ​ເຈັບ. ປະຈຸ​ບັນ, ບໍ່​ທັນ​ມີ​ອົງການ​ຈັດຕັ້ງ ຫຼື​ສ່ວນ​ບຸກຄົນ​ໃດ​ໆກ່າວ​ຮັບຜິດຊອບຕໍ່​ເຫດການ​ນີ້​ເທື່ອ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ